ອິນໂດເນເຊຍ ເຝົ້າລະວັງ ພະຍາດອະຫິວາໝູ ຫລັງມີໝູຕາຍຫລາຍກວ່າ 250 ຕົວ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 30 ມັງກອນ, ອິນ​ໂດ​ເນ​ເຊຍ ​ເລັ່ງຄວບ​ຄຸມ ການ​ແພ່​ລະບາດ ພະ​ຍາດ ອະຫິວາ​ ອາ​ຟຣິກາ ​ໃນໝູ (ASF) ເຊິ່ງລາຍງານລະບຸວ່າ ມີໝູຕາຍ 253 ຕົວ ຕໍ່ມາຕາຍເພີ່ມອີກ 3 ຕົວ ໂດຍເຊື້ອ ອະຫິວາໄດ້ລະບາດໄປທົ່ວທຸກພາກຂອງອິນໂດເນເຊຍ ຕັ້ງແຕ່ວັນທີ 21 ທັນວາ 2022 ເປັນຕົ້ນມາ.

ທັງນີ້, ໜ່ວຍງານທີ່ກ່ຽວຂ້ອງຂອງອິນໂດເນເຊຍ ໄດ້ແຈກຢາຍນ້ຳຢາຂ້າເຊື້ອໃຫ້ແກ່ຊາວກະສິກອນແລ້ວ 39,000 ລິດ ແລະ ສັ່ງຫ້າມເຄື່ອນຍ້າຍໝູ ເຂົ້າ-ອອກຈາກພື້ນທີ່ດັ່ງກ່າວ.