ບາເລນເຊຍ ປົດ ກັດຕູໂຊ່ ຈາກຕຳແໜ່ງ ຫລັງພາທີມຢູ່ໃກ້ໂຊນຕົກຊັ້ນ

ບາເລນເຊຍ ສະໂມສອນຊື່ດັງແຫ່ງ ສະເປນ ປົດ ເຈນນາໂຣ ກັດຕູໂຊ່ ຕຳນານນັກເຕະຊາວອີຕາລີ ອອກຈາກຕຳແໜ່ງຫົວໜ້າຄູຝຶກແລ້ວ ຫລັງບໍ່ສາມາດເຮັດໃຫ້ທີມມີຄະແນນຫລາຍກວ່າທີມທີ່ຢູ່ທ້າຍຕາຕະລາງ ສຸ່ມສຽງຕົກຊັ້ນ.

ກັດຕູໂ ອາຍຸ 45 ປີ ໄດ້ເຂົ້າຮັບໜ້າທີ່ເປັນຄູຝຶກຂອງ “ບາເລນເຊຍ” ໃນລະດູຮ້ອນທີ່ຜ່ານມາ. ໂດຍເຊັນສັນຍາເປັນເວລາ 2 ປີ, ແຕ່ສຸດທ້າຍກໍ່ຢູ່ບໍ່ເຖິງ ຈາກຜົນງານທີ່ໜ້າຜິດຫວັງ ຢູ່ອັນດັບທີ 14 ລົງຫລິ້ນ 18 ນັດ ຊະນະ 5 ສະເໝີ 5 ເສຍ 8 ມີ 20 ຄະແນນ ຢູ່ເໜືອກວ່າ ຄາດິສ 1 ອັນດັບ 18 ໂຊນຕົກຊັ້ນຄະແນນດຽວ.

ສຸດທ້າຍຄະນະບໍລິຫານງານ ບາເລນເຊຍ ບໍ່ຂໍທົນຄືການບຸກໄປເສຍໃຫ້ ຣຽວ ບາຢາໂດຣິດ 0-1 ໃນການແຂ່ງຂັນ ລາລີກາ ສະເປນ ເມື່ອວັນທີ 29 ມັງກອນ ທີ່ຜ່ານມາ ແລະ ຍັງມີເລື່ອງໂຕ້ຖຽງກັບແຟນບານທີ່ເຂົ້າມາເຊຍເກມນອກບ້ານອີກຕ່າງຫາກ.