ເຢຍລະມັນ ປະສົບບັນຫາຂາດແຄນຄູສອນ ໃນຮອບ 50 ປີ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 29 ມັງກອນ 2023, ທ່ານ ໄຮ ເພເທີ ໄມດິງເງີ ປະທານສະມາຄົມຄູເຢຍລະມັນ ກ່າວວ່າ: ລະບົບການສຶກສາຂອງປະເທດກຳລັງປະເຊີນກັບພາວະຂາດແຄນຄູຄັ້ງໃຫຍ່ໃນຮອບ 50 ປີ.
ຕາມຜົນການສຳຫລວດ ຈາກກຸ່ມກະຊວງສຶກສາທິການ ແລະ ກະຊວງກິດຈະກຳວັດທະນະທຳລະດັບລັດຂອງເຢຍລະມັນ ເຊິ່ງດຳເນີນການໂດຍເຄືອຂ່າຍສື່ມວນຊົນທ້ອງຖິ່ນເຢຍລະມັນ ພົບວ່າ: ປັດຈຸບັນ ເຢຍລະມັນມີຕຳແໜ່ງຄູວ່າງ 12.000 ຄົນ ແລະ ອາດເພີ່ມສູງຂຶ້ນ 40.000 ຄົນ ໃນອະນາຄົດ, ໂດຍຫລາຍໂຮງຮຽນຕ້ອງຍົກເລີກການຮຽນ-ການສອນລ່ວງໜ້າ ເນື່ອງຈາກຂາດແຄນບຸກຄະລາກອນ.

ອ້າງອີງໂດຍ:

เยอรมนีขาดแคลน ‘ครู’ หนักสุดในรอบ 50 ปี

https://www.dailynews.co.th/news/1940588/