ມຽນມາໂທດກຸ່ມກໍ່ຄວາມບໍ່ສະຫງົບ ຈູດເຮືອນຊາວໂຣຮິງຢາກວ່າ 2.600 ຫລັງ

ທາງການມຽນມາກ່າວໂທດກຸ່ມກໍ່ຄວາມບໍ່ສະຫງົບໂຣຮິງຢາວ່າ: ຈູດເຮືອນຊາວໂຣຮິງຢາ 2.625 ຫລັງຢູ່ລັດຍະໄຂ່ໃນອາທິດກ່ອນ.
ໜັງສືພິມໂກລບອນນິວໄລອອບມຽນມາລາຍງານວ່າ: ການຈູດເຮືອນຊາວໂຣຮິງຢາເປັນຝີມືຂອງກອງທັບປົດແອກໂຣຮິງຢາອາຣະກັນທີ່ອ້າງຕົວວ່າບຸກດ່ານເຈົ້າໜ້າທີ່ຫລາຍແຫ່ງພ້ອມກັນໃນອາທິດກ່ອນ ເຮັດໃຫ້ເກີດການປະທະຄັ້ງໃຫຍ່ ມີຜູ້ເສຍຊີວິດແລ້ວເກືອບ 400 ຄົນ. ຂະນະທີ່ກຸ່ມຮິວແມນໄຮວອດວິເຄາະພາບຖ່າຍດາວທຽມ ແລະ ຄຳບອກເລົ່າຂອງຊາວໂຣຮິງຢາທີ່ໜີຂ້າມຊາຍແດນເຂົ້າໄປບັງກະລາເທດວ່າ: ກອງກຳລັງມຽນມາເປັນຜູ້ຈູດ. ພາບບ້ານເຮືອນເສຍຫາຍ ເຮັດໃຫ້ເກີດຄວາມກັງວົນວ່າ: ລະດັບການທຳລາຍຢູ່ລັດຍະໄຂ່ອາດຮ້າຍແຮງກວ່າການຄາດເດົາໄວ້.
ສ່ວນສຳນັກງານຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNSCR) ເປີດເຜີຍວ່າ: ມີຊາວໂຣຮິງຢາໜີເຂົ້າໄປບັງກະລາເທດແລ້ວ 58.600 ຄົນ, ຄ້າຍຜູ້ລີ້ໄພປັດຈຸບັນເກືອບເຕັມແລ້ວ ຈຳນວນຜູ້ລີ້ໄພເພີ່ມຂຶ້ນໄວຫລາຍ ຄາດວ່າຈະເດີນທາງມາເພີ່ມອີກ.

