ທ່ານ ສະເຫລີມໄຊ ກົມມະສິດ ສົ່ງສານ​ສະ​ແດງ​ຄວາມ​ເຫັນ​ໃຈເຖິງຄູ່ຮ່ວມຕຳແໜ່ງຕໍ່ເຫດການອຸບັດຕິເຫດເຮືອບິນຕົກ ທີ່ເນປານ

ວັນທີ 19 ມັງກອນ 2023 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສົ່ງສານ​ສະ​ແດງ​ຄວາມ​ເຫັນ​ໃຈ ເຖິງຄູ່ຮ່ວມຕຳແໜ່ງ ພະນະທ່ານ ພຸດສ໌ປາ ຄາມາ ດາຮາ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດແຫ່ງ ສະຫະພັນ ສາທາລະນະລັດ ປະຊາທິປະໄຕ ເນປານ ທີ່ ກັດມານດຸ.

ເນື້ອໃນສານລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າສະຫລົດໃຈຕໍ່ເຫດການ ອຸບັດຕິເຫດເຮືອບິນຕົກ ທີ່ເມືອງໂພກຄາຣາ, ປະເທດເນປານ ໃນວັນທີ 15 ມັງກອນ 2023 ທີ່ຜ່ານມາ, ອັນໄດ້ເຮັດໃຫ້ຜູ້ໂດຍສານ ແລະ ລູກເຮືອທັງໝົດ ເສຍຊິວິດ.

ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ໂດຍຜ່ານພະນະທ່ານໄປຍັງ ລັດຖະບານ ແລະ ປະຊາຊົນ ເນປານ ໂດຍສະເພາະຕໍ່ຄອບຄົວ ຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກອຸບັດຕິເຫດໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງ ລັດຖະບານ, ປະຊາຊົນ ເນປານ ຈະສາມາດຜ່ານຜ່າຊ່ວງເວລາອັນເສົ້າສະຫລົດໃຈນີ້ໂດຍໄວ.