ປາກຽວ ຖອນໂຕການຊົກແກ້ມືກັບ ຮອນ ເນື່ອງຈາກຕິດພາລະກິດທາງການເມືອງ

ແມນນີ ປາກຽວ ອາຍຸ 38 ປີ ເຊິ່ງມີຕຳແໜ່ງເປັນວຸດ ທິສະມາຊິກຂອງ ຟິລິບປິນ ໄດ້ຖອນໂຕອອກຈາກການຊົກແກ້ມືກັບ ເຈຟ ຮອນ ນັກຊົກ ຊາວ ອອສເຕຣເລຍ ເຈົ້າຂອງ ຕຳແໜ່ງແຊ໊ມໂລກຮຸ່ນ ເວລ ເຕີເວດ ຂອງອົງການມວຍ ໂລກ ຫຼື WBO ໃນວັນທີ 12 ພະຈິກນີ້ ທີ່ເມືອງບຣິສ ເບນ ປະເທດອອສເຕຣເລຍ ໂດຍ ດີນ ໂລນເນີແກນ ຜູ້ຈັດການ ສ່ວນໂຕຂອງ ເຈຟ ຮອນ ອະ ດີດຄູທີ່ພິກລ໊ອກເອົາຊະນະ ປາກຽວ ດ້ວຍຄະແນນ ເອກະ ພາບໃນວັນທີ 2 ກໍລະກົດຜ່ານ ມາ ແລະ ປາກຽວ ໄດ້ຮຽກ ຮ້ອງໃຫ້ມີການຊົກແກ້ມື ພ້ອມ ກັບຮ້ອງຮຽນໃຫ້ອົງການມວຍໂລກທົບທວນຜົນການຊົກ ແຕ່ອົງການມວຍໂລກກັບ ຮອງຮອງໃຫ້ ເຈຟ ຮອນ ເປັນ ຜູ້ຊະນະໃນການ ຊົກນັດນັ້ນ.
ຖະແຫຼງການຂອງຜູ້ຈັດການສ່ວນໂຕລະບຸວ່າ: ປາ ກຽວ ຕ້ອງຮ່ວມເປັນໜ່ຶງໃນ ຂະນະຜູ້ແທນຈາກ ຟິລິບປິນ ເດີນທາງໄປຢາມ ສປ ຈີນ ໃນ ໄລຍະລະຫວ່າງການກຽມຂຶ້ນຊົກ ແລະ ປາກຽວ ໄດ້ໃຫ້ຄຳ ໝັ້ນວ່າຈະຂຶ້ນຊົກແກ້ມືກັບ ຮອນ ໃນປີ 2018 ເພື່ອຊີງ ແຊ໊ມຮຸ່ນເວລ ເຕີເວດ ຂອງ WBO.
ກ່ອນໜ້ານີ້ ໃນວັນທີ 21 ສິງຫາ ທັງສອງຝ່າຍໄດ້ຕົກ ລົງທີ່ຈະເຮັດການຊົກທີ່ ບຣິສ ເບນ ທີ່ສະໜາມກິລາຊັນຄອບ ທີ່ບຣິສເບນ ເຊິ່ງເຄີຍໃຊ້ເປັນ ສັງວຽນການຊົກຄັ້ງຜ່ານມາ ຂອງມວຍຄູ່ນີ້ ເຊິ່ງບັນຈຸຜູ້ຊົມ 51.000 ຄົນ ແລະ ພາຍຫຼັງ ຈາກ ປາກຽວ ຂໍຖອນໂຕຈາກ ການຊົກວັນທີ 12 ພະຈິກ ດີ ໂລນເນີແກນ ກໍເຜີຍວ່າມີ ຄວາມເປັນໄປໄດ້ທີ່ ເຈສຊີ ວາ ກາສ ນັກຊົກຊາວ ອະເມຣິກາ ອະດີດແຊ໊ມໂລກອາດຈະຂຶ້ນ ຊົກກັບ ເຈຟ ຮອນ ແທນ ໂດຍ ປາກຽວ ເຄີຍຊະນະ ເຈສ ວາກາສ ດ້ວຍຄະແນນເອກະ ພາບໃນການຊົກທີ່ ລັດເວກັສ ສະຫະລັດ ໃນວັນທີ 5 ພະ ຈິກປິຜ່ານມາ.