ເສັ້ນທາງໃໝ່ ເບລ ປະກາດລຸຍ ພີຈີເອ ທົວ ຫລັງປະກາດເລີກອາຊີບເຕະບານໄດ້ສອງອາທິດ

ແກເຣັດ ເບລ ອະດີດກອງໜ້າທີມຊາດເວລ, ສະໂມສອນ ຣຽວ ມາດຣິດ ແລະ ທັອດແນມ ຮັອດສະເປີ ປະກາດວ່າກຽມລົງຫລິ້ນໃນລາຍການ ພີຈີເອ ທົວ ຫລັງຈາກລາວົງການບານເຕະພຽງ 2 ອາທິດເທົ່ານັ້ນ

ນັກເຕະຄວາມໄວສູງ ໄດ້ຕັດສິນໃຈເຊົາຈາກບານເຕະອາຊີບໃນເດືອນມັງກອນ ຫລັງ​ຈາກ​ທີ່​ເປັນ​ສ່ວນ​ຫນຶ່ງ​ຂອງ ມັງກອນແດງ ທີ່ລົງ​ຫລິ້ນ​ໃນ​ການ​ແຂ່ງ​ຂັນ​ບານ​​ໂລກ​ຄັ້ງ​ຮອບສຸດທ້າຍ

ໃນຊ່ວງບັ້ນປາຍຂອງອາຊີບບານເຕະຂອງ ເບລ ໄດ້ກ່າວຢ່າງຊັດເຈນວ່າລາວມີຄວາມສົນໃຈໃນກິລາກ໊ອຟ ເຖິງຂະໜາດທີ່ແຟນບານຈຳນວນໜຶ່ງມັກເວົ້າຢອກເລື່ອງນີ້ເປັນປະຈຳ

ຈົນຫລ້າສຸດ, ລາວໄດ້ປະກາດຜ່ານ ອິນສະຕຣາແກຣມ ຂອງລາວວ່າຈະລົງແຂ່ງຂັນໃນ AT&T Pebble Beach Pro-Am, ເປັນລາຍການ PGA Tour ທີ່ຈະເລີ່ມໃນຕົ້ນເດືອນຫນ້າ.