ຕຳຫລວດອັງກິດປັບໝນາຍົກລັດຖະມົນຕີ ບໍ່ຮັດສາຍແອວນິລະໄພລະຫວ່າງນັ່ງລົດຢູ່ເບາະຫລັງ

ເຈົ້າໜ້າທີ່ຕໍາຫລວດໃນເຂດແລງຄາສເຊີ (Lancashire) ທາງຕາເວັນຕົກສຽງເໜືອຂອງອັງກິດ ດໍາເນີນການລົງໂທດປັບໃໝນາຍົກລັດຖະມົນຕີ ຣິຊີ ຊູນັກ ຫລັງຈາກກວດພົບວ່າທ່ານກະທໍາຜິດກົດໝາຍຈະລາຈອນ ໂດຍການບໍ່ຮັດສາຍນິລະໄພລະຫວ່າງນັ່ງຢູ່ເບາະຜູ້ໂດຍສານທາງຫລັງພາຍໃນລົດທີ່ພວມແລ່ນຢູ່ ໂດຍມີຫລັກຖານເປັນວິດີໂອທີ່ຖືກເຜີຍແພ່ລົງໃນ Instagram ສ່ວນຕົວ.

ທໍານຽບນາຍົກລັດຖະມົນຕີອັງກິດ ເປີດເຜີຍວ່າ: ທ່ານ ຊູນັກ ຍອມຮັບ ແລະ ຂໍໂທດໃນຄວາມຜິດທີ່ເກີດຂຶ້ນ ແລະ ຢືນຢັນວ່າຈະຈ່າຍຄ່າປັບໄໝ ເຊິ່ງວິດີໂອທີ່ເປັນຫລັກຖານນັ້ນຖືກບັນທຶກໄວ້ລະຫວ່າງການຢ້ຽມຢາມທາງຕອນເໜືອຂອງອັງກິດ ໂດຍເປັນວິດີໂອເພື່ອປະຊາສໍາພັນນະໂຍບາຍຍົກລະດັບການໃຊ້ຈ່າຍງົບປະມານຂອງລັດຖະບານ.

ກົດໝາຍຈະລາຈອນຂອງອັງກິດກໍານົດໃຫ້ລົງໂທດປັບໃໝຜູ້ໂດຍສານທີ່ບໍ່ຮັດສາຍແອວນິລະໄພເມື່ອມີສາຍແອວນິລະໄພທີ່ວ່າງ ແລະ ນໍາໃຊ້ໄດ້ ໂດຍອາດຖືກປັບໃໝສູງເຖິງ 100 ປອນ ແລະ ສາມາດເພີ່ມຂຶ້ນເຖິງ 500 ປອນ ຖ້າຄະດີຂຶ້ນສູ່ຊັ້ນສານ.

ຂະນະທີ່ການຖືກລົງໂທດປັບໃໝຄັ້ງນີ້ ເປັນການປັບໃໝແບບຄົງທີ່ ແລະ ຖືເປັນຄັ້ງທີ 2 ທີ່ເກີດຂຶ້ນໃນລະຫວ່າງທີ່ທ່ານເຮັດວຽກໃນລັດຖະບານ ເຊິ່ງກ່ອນໜ້ານີ້ໃນເດືອນເມສາປີຜ່ານມາ ທ່ານຖືກປັບໃໝພ້ອມກັບທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີໃນເວລານັ້ນ ຈາກການລະເມີດກົດລັອກດາວໂຄວິດ ໂດຍການເຂົ້າຮ່ວມງານລ້ຽງສະຫລອງວັນເກີດຂອງທ່ານ ຈອນສັນ ຢູ່ທໍານຽບນາຍົກລັດຖະມົນຕີ ໃນເດືອນມິຖຸນາ 2020.

ອ້າງອີງ:

https://www.bbc.com/news/uk-politics-64353054