ປະທານປະເທດຫວຽດນາມລາອອກ “ເພື່ອຮັບຜິດຊອບ” ການທຸຈະລິດຂອງລັດຖະມົນຕີ

ທ່ານ ຫງວຽນ ຊວນ ຟຸກ ລາອອກຈາກຕຳແໜ່ງປະທານປະເທດຫວຽດນາມ ທ່າມກາງກາບສອບສວນວິໄນພາຍໃນ “ຢ່າງເຂັ້ມງວດ” ຂອງພັກກອມມູນິດຫວຽດນາມ ເຊິ່ງພົວພັນລັດຖະມົນຕີຫລາຍທ່ານ.

ວັນທີ 17 ມັງກອນ, ສື່ຫວຽດນາມລາຍງານວ່າ: ຄະນະກຳມະການພັກກອມມູນິດຫວຽດນາມອອກຖະແຫລງການໃນວັນທີ 17 ມັງກອນວ່າ: ກອງປະຊຸມມີມະຕິ “ໃຫ້ພັກວຽກ” ທ່ານ ຫງວຽນ ຊວນ ຟຸກ ຈາກຕຳແໜ່ງທາງການເມືອງທັງໝົດ ບໍ່ວ່າຈະເປັນ ປະທານປະເທດ, ສະມາຊິກໃນຄະນະກຳມະການກາງ, ສະມາຊິກຖາວອນໃນກົມການເມືອງ ແລະ ປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຫ່ງຊາດ ໃນວາລະລະຫວ່າງປີ 2021-2026.

ທັງນີ້, ບໍ່ມີການລະບຸສາເຫດຢ່າງແນ່ນອນກ່ຽວກັບມະຕິດັ່ງກ່າວ. ເຖິງຢ່າງໃດກໍຕາມ, ເນື້ອໃນຖະແຫລງການລະບຸອີກວ່າ: ທ່ານ ຫງວຽນ ຊວນ ຟຸກ “ຕ້ອງສະແດງຄວາມຮັບຜິດຊອບໃນຖານະຜູ້ນຳທາງການເມືອງ” ຕໍ່ກໍລະນີເຈົ້າໜ້າທີ່ລັດລະດັບສູງຫລາຍຄົນ ທັງໃນປັດຈຸບັນ ແລະ ໃນອະດີດ ລວມທັງຮອງນາຍົກລັດຖະມົນຕີ 2 ທ່ານ ແລະ ລັດຖະມົນຕີອີກ 3 ທ່ານ ຖືກປົດອອກຈາກຕຳແໜ່ງເມື່ອບໍ່ດົນມານີ້ “ຂໍ້ຫາລະເມີດວິໄນພັກ”.

ຫລັງຈາກນັ້ນ, ມີລາຍງານວ່າ: ທ່ານ ຫງວຽນ ຊວນ ຟຸກ ອາຍຸ 68 ປີ ເຊິ່ງເຄີຍດຳລົງຕຳແໜ່ງນາຍົກລັດຖະມົນຕີ ລະຫວ່າງປີ 2016-2021 ຍື່ນໃບລາອອກຈາກທຸກຕຳແໜ່ງ, ຂະນະທີ່ສຳນັກງານເລຂາທິການພັກກອມມູນິດຫວຽດນາມ ຍັງບໍ່ມີທ່າທີຢ່າງເປັນທາງການເພີ່ມອີກວ່າ: ຈະແຕ່ງຕັ້ງບຸກຄົນໃດໃຫ້ຮັບຕຳແໜ່ງທັງໝົດແທນ.