ນະຄອນຫລວງສຳເລັດການຝຶກອົບຮົມເຕັກນິກປຸງແຕ່ງຜະລິດຕະພັນກະສິກຳ

ພິທີປິດຊຸດຝຶກອົບຮົມເຕັກນິກປຸງແຕ່ງຜະລິດຕະພັນກະສິກຳ ຄັ້ງທີ 3, ໄດ້ຈັດຂຶ້ນໃນວັນທີ 31 ສິງຫານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ແຄນທອງ ສີສຸວົງ ຮອງປະທານກຳມາທິ ການການຮ່ວມມືລາວ-ຈີນ, ມີທ່ານ Nengbing Li ທີ່ປຶກສາດ້ານເສດຖະກິດ-ການຄ້າ, ສະຖານທູດຈີນປະຈຳລາວ, ທ່ານ Yutong HUANG ຮອງຫົວໜ້າ ສະຖາບັນຄົ້ນຄວ້າອຸດສາຫະກໍາການໝັກອາຫານຈີນເຂົ້າຮ່ວມນຳດ້ວຍ.
ຊຸດຝຶກອົບຮົມດັ່ງກ່າວ ໄດ້ດຳເນີນມາເປັນເວລາ 30 ວັນ, ໂດຍການສະໜັບສະໜູນຈາກສະຖາບັນຄົ້ນຄວ້າອຸດສາຫະກຳຈີນ, ການຝຶກອົບຮົມໄດ້ເລັ່ງໃສ່ເຕັກນິກການປຸງແຕ່ງຜະລິດຕະພັນກະສິກຳ, ວິສະວະກຳຊິວະສາດກັບເຄື່ອງບໍລິໂພກຂອງປະເທດຈີນ, ເຕັກນິກການຈັດການລ່ວງໜ້າຕໍ່ການຜະລິດວັດຖຸດິບ, ເຕັກນິກການໝັກເບົ່າທາດເຫລົ້າ, ການອອກແບບໂຮງງານເຫລົ້າທີ່ທັນສະໄໝ, ເຕັກນິກ ແລະ ເຄື່ອງຈັກໃນການແປຮູບໝາກໝາກໃມ້, ພືດຜັກ, ການອອກແບບໂຮງງານສະບຽງອາຫານ ແລະ ການປຸງແຕ່ງຜະລິດຕະພັນໝາກຖົ່ວເຫລືອງການປຸງແຕ່ງເຕົ້າຮູ້, ນ້ຳເຕົ້າຮູ້ ແລະ ນົມຖົ່ວເຫລືອງ, ເຕັກນິກການປູກ ແລະ ການແປຮູບກາເຟ, ເຕັກນິກການອອກແບບໂຮງງານທີ່ທັນສະໄໝ, ການຈັດວາງເຄື່ອງຈັກ ແລະ ການຮັກສາເຄື່ອງຈັກ, ຜະລິດຕະພັນກະສິກຳທີ່ເອົາມາຮັບໃຊ້ໃນການປຸງແຕ່ງມີຄື: ເຂົ້າ, ມັນຕົ້ນ, ສາລີ, ໝາກມ່ວງ, ໝາກນັດ, ພືດຜັກ, ໝາກຖົ່ວເຫລືອງ, ກາເຟ ແລະ ອື່ນໆ.

