ປີ 2022 ດ່ານສາກົນ ຂົວມິດຕະພາບແຫ່ງທີ 3 ປະຕິບັດລາຍຮັບໄດ້ລື່ນແຜນການ

ວັນທີ 13 ມັງກອນ 2023 ທ່ານ ສີສະຫວັນ ໂຄດຕະວົງ ຮອງຫົວໜ້າຄຸ້ມຄອງດ່ານສາກົນ ຂົວມິດຕະພາບ 3 ຄໍາມ່ວນ-ນະຄອນພະນົມ ໄດ້ລາຍງານຕໍ່ກອງປະຊຸມ ສະຫລຸບວຽກງານປະຈຳປີ 2022 ຜ່ານມານີ້ວ່າ: ໃນປີ 2022  ດ່ານສາກົນ ຂົວມິດຕະພາບ 3 ໄດ້ຮັບຕົວເລກຄາດໝາຍໃນການຈັດເກັບລາຍຮັບຈໍານວນ 412,700 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ໄດ້ 422.323 ຕື້ກີບ, ເທົ່າກັບ 102,33% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 153,24%, ເທົ່າກັບ 146.730 ຕື້ກີບ; ມູນຄ່ນສິນຄ້າທີ່ຖືກນຳເຂົ້າຍົກເວັ້ນພາສີ-ອາກອນ ໃນປີ 2022 ເທົ່າກັບ 63,3 ຕື້ກວ່າກີບ, ສິນຄ້າສ່ວນຫລາຍແມ່ນປະເພດເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງກໍ່ສ້າງ ແລະ ເຄື່ອງໄຟຟ້າ.

ທ່ານ ສີສະຫວັນ ໂຄດຕະວົງ ຍັງໃຫ້ຮູ້ອີກວ່າ: ໄລຍະ 1 ປີຜ່ານມາ, ຄະນະຄຸ້ມຄອງດ່ານ ໄດ້ມີຄວາມເອົາໃຈໃສ່ໃນການສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ມີຄວາມເປັນເຈົ້າການສູງໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ແລະ ມີຜົນສຳເລັດໃນແຕ່ລະດ້ານ ເປັນຕົ້ນ ໃນ 2022 ຜ່ານມາ, ໄດ້ຕິດຕາມ, ກວດກາ, ຄຸ້ມຄອງຄົນເຂົ້າ-ອອກດ່ານ ທັງໝົດ269.116 ຄົນ, ຍິງ 77.745 ຄົນ, ເດັກ 6.980 ຄົນ, ຄົນຕ່າງປະເທດ (ປະເທດທີ 3) ເຂົ້້າ-ອອກເມືອງທັງໝົດ 2.361 ຄົນ, ຍິງ 593, ເດັກ 72 ຄົນ. ນອກນັ້ນ, ການເຄື່ອນໄຫວດ້ານວຽກງານອື່ນໆ ຂອງຂະແໜງອ້ອມຂ້າງ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນຖອດຖອນໄດ້ຕະຫລອດຮອດທິດທາງແຜນການເຄື່ອນໄຫວຂອງ ດ່ານສາກົນຂົວມິດຕະພາບ 3 ປະຈຳປີ 2023 ຕື່ມອີກ.

ດ່ານສາກົນຂົວມິດຕະພາບ3 ແຂວງຄຳມ່ວນ ໄດ້ປະຕິບັດພາລະບົດບາດຂອງຕົນຕາມດຳລັດຂອງລັດຖະບານ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ໂດຍໄດ້ເຮັດໜ້າທີ່ໃນການອຳນວຍຄວາມສະດວກດ້ານການບໍລິການຜ່ານແດນໃຫ້ແກ່ພົນລະເມືອງ, ສິນຄ້າທີ່ນຳເຂົ້າ-ສົ່ງອອກ ແລະ ຜ່ານແດນໄປຍັງປະເທດທີ 3, ໄປຄຽງຄູ່ກັບການປະຕິບັດໜ້າທີ່ຮັກສາຄວາມສະ ຫງົບ ປອດໄພໃນບໍລິເວນຊາຍແດນຕາມຂອບເຂດທີ່ນິຕິກຳໄດ້ກຳນົດໄວ້ ໂດຍມີບັນດາຂະແໜງ ການ, ວິຊາສະເພາະກ່ຽວຂ້ອງປະຈຳການ ປະຕິບັດໜ້າທີ່ຢ່າງເປັນລະບົບຄົບຊຸດ ເຊິ່ງປະກອບມີ: ຕຳຫລວດກວດຄົນເຂົ້າ-ອອກເມືອງ, ພາສີ, ຫ້ອງການບໍລິຫານ, ກັກກັນພືດ-ສັດ, ອາຫານ ແລະ ຢາ ແລະ ຄວບຄຸມພະຍາດຕິດຕໍ່, ຂະແໜງການພົວພັນຊາຍແດນ ແລະ ກົງສູນ.