ຫ້າມຜະລິດ, ຫ້າມນຳເຂົ້າ, ຫ້າມຈຳໜ່າຍ, ຫ້າມຈູດ ໝາກະໂພກ ວັດຖຸສຽງແຕກ ທຸກກໍລະນີ

ວັນທີ 16 ມັງກອນ 2023 ນີ້ ເຈົ້າຄອງນະຄອນຫຼວງວຽງຈັນ ອອກແຈ້ງການ ເອົາໃຈໃສ່ຈັດຕັ້ງປະຕິບັດ ຄໍາສັ່ງເພີ່ມທະວີຈັດຕັ້ງປະຕິບັດ ການຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ຈຸດ ຫຼື ຍິງໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກໃນຕົວເມືອງ ແລະ ຊານເມືອງ ນະຄອນຫຼວງວຽງຈັນ ສະບັບເລກທີ 01/ຈນວ ລົງວັນທີ 16 ມັງກອນ 2023.
- ໃຫ້ເຈົ້າໜ້າທີ່ ຕໍາຫຼວດ, ທະຫານ, ກອງຫຼອນ, ພາສີ, ກວດກາການຄ້າ ຂອງນະຄອນຫຼວງ, ເມືອງ, ບ້ານ ເອົາໃຈໃສ່ຈັດຕັ້ງປະຕິບັດ ຄໍາສັ່ງເພີ່ມທະວີຈັດຕັ້ງປະຕິບັດ ການຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ, ມີໄວ້ໃນ ຄອບຄອງ, ຈຸດ ຫຼື ຍິງໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກ ໃນຕົວເມືອງ ແລະ ຊານເມືອງ ນະຄອນຫຼວງວຽງຈັນ ສະບັບເລກທີ 01/ຈນວ, ລົງວັນທີ 16 ມັງກອນ 2023, ໂດຍສະເພາະ ໃນງານສະເຫຼີມສະຫຼອງ ແລະ ເບີກບານມ່ວນຊື່ນຕ້ອນຮັບປີໃໝ່ສາກົນ, ປີໃໝ່ລາວ, ປີໃໝ່ຊົນເຜົ່າຕ່າງໆ (ນໍເປເຈົ້າ, ເກຼິ…), ປີໃໝ່ຈີນ (ຕຸດຈີນ), ປີໃໝ່ຫວຽດນາມ (ເຕັດຫວຽດ), ງານເປີດບໍລິສັດຫ້າງຮ້ານ ແລະ ກິດຈະການຕ່າງໆ ຫຼື ໃນຍາມໂສກເສົ້າເສຍໃຈ ເຊັ່ນ: ຍິງປືນ ຫຼື ຈຸດໝາກກະໂພກເວລາມີຄົນໃນຄອບຄົວເສຍຊີວິດ ຫຼື ໃນງານຊາປະນາກິດສົບ…; ໃຫ້ປະຕິບັດມາດຕະການ ຕໍ່ຜູ້ທີ່ລະເມີດຕາມຂໍ້ທີ 2 ຂອງຄໍາສັ່ງສະບັບດັ່ງກ່າວ ຢ່າງເດັດຂາດ ແລະ ເຂັ້ມງວດ.
- ໃຫ້ຄະນະພັກ-ອົງການປົກຄອງເມືອງ, ໜ່ວຍພັກ-ອົງການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ ແລະ ອົງການພາຄີ ຢູ່ເມືອງ, ຢູ່ບ້ານ ເພີ່ມທະວີການເຮັດວຽກງານສຶກສາອົບຮົມ, ອະທິບາຍຊີ້ແຈ້ງ ແລະ ປຸກລະດົມການຮ່ວມມືຂອງປະຊາຊົນ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວຢູ່ເມືອງ, ຢູ່ບ້ານຂອງຕົນ ບໍ່ໃຫ້ລັກລອບ ພ້ອມກັນນັ້ນກໍຊ່ວຍເປັນຫູເປັນຕາຕິດຕາມ ແລະ ແຈ້ງບໍ່ແສການລັກລອບຜະລິດ, ນໍາ ເຂົ້າ, ຂົນສົ່ງ, ມີໄວ້ໃນຄອບຄອງ, ຄ້າຂາຍ ແລະ ຈຸດ ຫຼື ຍິງໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກທຸກຊະນິດ ຢູ່ບ້ານເມືອງຂອງຕົນ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໄປແກ້ໄຂຢ່າງທັນການ.
- ໃຫ້ຫົວໜ້າ-ຮອງຫົວໜ້າກອງບັນຊາການ, ພະແນກການ, ຫ້ອງການ ແລະ ອົງການທຽບເທົ່າຂັ້ນ ນະຄອນຫຼວງ, ຂັ້ນເມືອງ ເປັນແບບຢ່າງ ແລະ ຊີ້ນໍານໍາພາທະຫານ, ຕໍາຫຼວດ, ພະນັກງານ, ລັດຖະກອນຂອງຕົນ ລົງ ຮາກຖານກັບທີ່ຢູ່ບ້ານໃຜບ້ານລາວ, ອັດສໍາເນົາເອົາຄໍາສັ່ງ ສະບັບເລກທີ 01/ຈນວ ໄປແຈກຢາຍໃຫ້ໄດ້ຢ່າງຫນ້ອຍຜູ້ ລະ 10 ສະບັບ ໃຫ້ໜ່ວຍ 10 ຫຼັງຄາເຮືອນ, ພ້ອມທັງເຂົ້າຮ່ວມໂຄສະນາເຜີຍແຜ່ ແລະ ຊ່ວຍອົງການປົກຄອງບ້ານ ພາກັນຕິດຕາມ ກວດກາ ສະກັດກັ້ນ ແລະ ແກ້ໄຂບັນຫາການລັກລອບຜະລິດ, ນໍາເຂົ້າ, ຂົນສົ່ງ, ມີໄວ້ໃນຄອບຄອງ, ຄ້າຂາຍ, ຈຸດ ຫຼື ຍິງໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກທຸກຊະນິດ ຢູ່ພາຍໃນ ບ້ານເມືອງຂອງຕົນຕາມຫຼັກການທີ່ວ່າ: “ເຫດເກີດຢູ່ບ່ອນໃດ ບ່ອນນັ້ນຕ້ອງຮັບຜິດຊອບ”, ຫມາຍຄວາມວ່າ: “ມີສຽງ ແຕກຢູ່ບ້ານເມືອງໃດ ເຈົ້າໜ້າທີ່, ພະນັກງານ, ລັດຖະກອນ ແລະ ປະຊາຊົນຢູ່ບ້ານເມືອງນັ້ນຕ້ອງຮັບຜິດຊອບ”.
- ໃຫ້ເຈົ້າໜ້າທີ່ຕໍາຫຼວດ ແຕ່ຂັ້ນນະຄອນຫຼວງ ລົງຮອດກຸ່ມບ້ານ ແລະ ທະຫານຂອງນະຄອນຫຼວງ, ເມືອງ ແລະ ກອງຫຼອນບ້ານ ເພີ່ມທະວີຄວາມວ່ອງໄວ ແລະ ທັນສະໄໝໃນການສືບຂ່າວ, ກໍານົດ ແລະ ຕິດຕາມເປົ້າຫມາຍ ເຂົ້າກວດຄົ້ນ, ຢຶດ ແລະ ນໍາເອົາໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກທຸກຊະນິດ ທີ່ລັກລອບຜະລິດ, ນໍາເຂົ້າ, ຂົນສົ່ງ, ມີໄວ້ໃນຄອບຄອງ ແລະ ຄ້າຂາຍຢູ່ນະຄອນຫຼວງວຽງຈັນ ໄປເກັບໄວ້ໃນທີ່ ປອດໄພ ຫຼື ທໍາລາຍຖິ້ມ ແລະ ດໍາເນີນມາດຕະການຕໍ່ຜູ້ລະເມີດ ດ້ວຍຄວາມເຂັ້ມງວດ ແລະ ເດັດຂາດທີ່ສຸດ.
- ໃຫ້ເຈົ້າໜ້າທີ່ພາສີ ປະຈໍາ ນະຄອນຫຼວງວຽງຈັນ ສົມທົບກັບເຈົ້າທີ່ປະຈໍາດ່ານກວດກາຄົນເຂົ້າ-ອອກ ເມືອງ ແລະ ເຈົ້າໜ້າທີ່ປ້ອງກັນຊາຍແດນ ທົ່ວນະຄອນຫຼວງວຽງຈັນ ເພີ່ມທະວີການຕິດຕາມ ກວດກາ ລາດຕະເວນ ສະກັດກັ້ນ ແລະ ແກ້ໄຂບັນຫາການລັກລອບນໍາເຂົ້າ ແລະ ຂົນສົ່ງໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກທຸກຊະນິດ ບໍ່ໃຫ້ເລັດລອດເຂົ້າມານະຄອນຫຼວງວຽງຈັນ ແລະ ປະເທດຂອງພວກເຮົາ ຢ່າງເດັດຂາດ ແລະ ເຂັ້ມງວດທີ່ສຸດ.
- ໃຫ້ເຈົ້າໜ້າທີ່ກວດກາການຄ້າ ນະຄອນຫຼວງວຽງຈັນ ແລະ ເມືອງ ເພີ່ມທະວີການຕິດຕາມ, ກວດກາ, ສະກັດກັ້ນ ແລະ ແກ້ໄຂບຸກຄົນ, ບໍລິສັດ, ຫ້າງຮ້ານ ທີ່ລັກລອບຜະລິດ, ນໍາເຂົ້າ, ຂົນສົ່ງ, ມີໄວ້ໃນຄອບຄອງ ແລະ ຄ້າຂາຍໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກທຸກຊະນິດ ໃຫ້ມີຄວາມເຂັ້ມງວດ ແລະ ເດັດຂາດທີ່ສຸດ.
- ມອບໃຫ້ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນບັນຊາ, ອໍານວຍຄວບຄຸມ, ຕິດຕາມກວດກາ, ປະເມີນຜົນ ແລະ ລາຍງານການຈັດຕັ້ງປະຕິບັດຄໍາສັ່ງ ສະບັບເລກທີ 01/ຈນວ ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນຊາບ ແລະ ໃຫ້ສົມທົບກັບພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ອົງການປົກຄອງເມືອງ, ອົງການປົກຄອງບ້ານ ເຜີຍແຜ່ຄໍາສັ່ງ ສະບັບເລກທີ 01/ຈນວ ແລະ ແຈ້ງການສະບັບ ດັ່ງກ່າວນີ້ຢ່າງຮີບດ່ວນ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ.
- ມອບໃຫ້ພະແນກພາຍໃນຕິດຕາມກວດກາ, ເກັບກໍາຜົນງານ ແລະ ລາຍງານການປະຕິບັດໜ້າທີ່ຂອງ ພະນັກງານ, ລັດຖະກອນ ແລະ ທະຫານ, ຕໍາຫຼວດທີ່ລົງຮາກຖານຕາມຂໍ້ 3 ຂອງແຈ້ງການສະບັບນີ້ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ.
- ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.


