ຄລອບ ຢືນຢັນບໍ່ມີແຜນອຳລາຜູ້ຈັດການທີມ ລີເວີພູລ, ຢາກເສີມທີມເພີ່ມຕະຫລາດຮອບນີ້

ເຈີເກັນ ຄລອບ ຜູ້ຈັດການທີມ ລີເວີພູລ ຢືນຢັນວ່າລາວບໍ່ມີຄວາມຄິດທີ່ຈະອຳລາທີມຫາກບໍ່ໄດ້ຖືກປົດ ພ້ອມລະບຸວ່າບໍ່ແມ່ນເວລາເຫມາະສົມທີ່ ລີເວີພູລ ຈະເສີມນັກເຕະໃຫມ່ເຂົ້າມາເພີ່ມໃນຕະຫລາດຮອບນີ້.

ໂດຍ ລີເວີພູລ ພາຍໃຕ້ການນຳຂອງ ຄລອບ ສ້າງຜົນງານໄດ້ຢ່າງໜ້າຜິດຫວັງໃນລະດູການນີ້ ແລະ ຍັງບໍ່ມີທ່າທີວ່າຈະດີຂຶ້ນ ຈົນເຖິງປັດຈຸບັນ ຫລັງຫລ້າ ສຸດຄືການບຸກໄປຖືກ ໄບຣຕັນ ຖະຫລ່ົມຂາດລອຍ 0-3 ໃນພຣີເມຍລີກເມື່ອວັນທີ 14 ມັງກອນ ຈົນສົ່ງຜົນໃຫ້ພວກເຂົາຢູ່ໃນອັນດັບທີ 9 ຂອງຕາຕະລາງ ໃນຂະນະນີ້.

ຈາກຜົນງານທີ່ເກີດຂຶ້ນເຮັດໃຫ້ມີກະແສວິພາກວິຈານ ຄລອບ ຢ່າງຫນັກ ແລະມີຄວາມກັງວົນວ່າລາວອາດຈະຕັດສິນໃຈອຳລາຕຳ ແໜ່ງຜູ້ ຈັດການທີມຫລືບໍ່.

ຫລ້າສຸດ ຄລອບ ຢືນຢັນວ່າລາວບໍ່ມີແຜນທີ່ຈະອຳລາລີເວີພູລ ນອກຈາກວ່າມີຄົນມາບອກໃຫ້ລາວໄປ “ ຖ້າບໍ່ມີໃຜບອກໃຫ້ໄປ ຂ້ອຍກໍບໍ່ໄປ ນັ້ນແປວ່າ ອາດຈະມີຈຸດທີ່ເຮົາຕ້ອງປ່ຽນເລື່ອງອື່ນ ”.

ນອກຈາກນັ້ນ ຄູຝຶກອາຍຸ 55 ປີ ຍັງກ່າວເຖິງເລື່ອງສີມນັກເຕະໃຫມ່ເພີ່ມໃນຕະຫລາດຮອບນີ້ວ່າຄົງເປັນເລື່ອງຍາກ “ ຫາກເຈົ້ານຳນັກເຕະໃຫມ່ເຂົ້າມາ ພວກເຂົາທັງຫມົດບໍ່ສາມາດຢູ່ໃນລາຍຊື່ລົງເຕະພຣີເມຍລີກໄດ້ ພວກເຂົາບໍ່ສາມາດຢູ່ໃນລາຍການລົງເຕະແຊ໊ມປຽນລີກໄດ້ ແມ່ນ ເຮົາຕ້ອງແຂງແກ່ນຂຶ້ນ ແຕ່ນີ້ເປັນເວລາທີ່ເຫມາະສົມໃນການເສີມທີມຫລືບໍ່ ? ຂ້ອຍເບິ່ງວ່າມັນຈະເກີດຂຶ້ນ ”.

“ ຂ້ອຍເບິ່ງໄປຂ້າງນອກບໍ່ແມ່ນວ່າເຮົາຄິດວ່າເຮົາຈະຢູ່ກັບເດັກໆເຫລ່ົານີ້ໄປຈົນເຖິງປີ 2050 ມັນຂຶ້ນຢູ່ກັບສິ່ງທີ່ເຮົາເຮັດໄດ້ສະເຫມີ ຫາກທາງອອກສຳ ລັບເຮົາຢູ່ພາຍໃນ ແລະ ເຮັດໄດ້ ແນ່ນອນວ່າເຮົາຈະນຳຜູ້ຫລິ້ນເຂົ້າມາຊ່ວຍ ແຕ່ເຮົາກໍມີທີມທີ່ມີຢູ່ແລ້ວເຊ່ັນດຽວກັນ ”.