ທ່ານ ໄບເດນ ປະກາດສະຖານະການສຸກເສີນໃນລັດແຄລິຟໍເນຍ ແລະ ລັດແອລະແບມາ ຫລັງຜະເຊີນໄພພິບັດທາງສະພາບອາກາດຮຸນແຮງ

ວັນທີ 15 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ໃນອາທິດຜ່ານມາ ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ປະກາດໃຊ້ສະຖານະການສຸກເສີນໃນສອງລັດສໍາຄັນ ຄືລັດແຄລິຟໍເນຍ ແລະ ລັດແອລະແບມາ ຫລັງຜະເຊີນໄພພິບັດທາງສະພາບອາກາດຮຸນແຮງຕໍ່ເນື່ອງ.
ໂດຍທ່ານ ໄບເດນ ປະກາດໃຊ້ສະຖານະການສຸກເສີນໃນລັດແຄລິຟໍເນຍນັບແຕ່ວັນທີ 9 ມັງກອນຜ່ານມາ ພາຍຫລັງຫລາຍພື້ນທີ່ທົ່ວລັດແຄລິຟໍເນຍຖືກພາຍຸຝົນໄລຍະລະດູໜາວພັດຖະຫລົ່ມຢ່າງຕໍ່ເນື່ອງ ເຊິ່ງສ່ວນໜຶ່ງເປັນອິດທິພົນຈາກແມ່ນ້ຳໃນຊັ້ນບັນຍາກາດທີ່ພັດພາຄວາມຊຸ່ມຈາກທາງລຸ່ມຂຶ້ນໄປສູ່ຊັ້ນບັນຍາກາດ ຈຶ່ງຍິ່ງເຮັດໃຫ້ພາຍຸຝົນພັດພາຄວາມຊຸ່ມ ແລະ ປະລິມານນໍ້າຝົນຄວບຄຸມພື້ນທີ່ເປັນວົງກວ້າງຍິ່ງຂຶ້ນ ເຮັດໃຫ້ລະດັບນ້ຳໃນແມ່ນ້ຳລໍາທານຫລາຍແຫ່ງເພີ່ມສູງຂຶ້ນ ຫລາຍເສັ້ນທາງສັນຈອນຖືກຕັດຂາດ, ພື້ນທີ່ບາງແຫ່ງເກີດດິນເຈື່ອນ.
ຂະນະທີ່ທ່ານ ໄບເດນ ໄດ້ອະນຸມັດໃຫ້ປະກາດໃຊ້ສະຖານະການສຸກເສີນໃນລັດແອລະແບມາ ທາງຕອນໃຕ້ຂອງອາເມລິກາ ນັບແຕ່ວັນທີ 15 ມັງກອນຜ່ານມາ ຫລັງມີຜູ້ເສຍຊີວິດຢ່າງໜ້ອຍ 9 ຄົນ ຈາກເຫດການທໍນາໂດຢ່າງໜ້ອຍ 5 ຫົວພັດຖະຫລົ່ມຫລາຍພື້ນທີ່ຂອງລັດດັ່ງກ່າວໃນວັນທີ 12 ມັງກອນຜ່ານມາ ໂດຍຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນອາໄສຢູ່ໃນເຂດອໍເຕົາກາຂອງລັດແອລະແບມາ.
ເບື້ອງຕົ້ນທ່ານ ໄບເດນ ໄດ້ສັ່ງໃຫ້ລັດຖະບານກາງອາເມລິກາ ຈັດສັນງົບປະມານເພື່ອຊ່ວຍເຫລືອບັນດາຜູ້ປະສົບໄພພິບັດໃນຄັ້ງນີ້ແລ້ວ ຫລັງຈາກຊາວເມືອງຈໍານວນບໍ່ໜ້ອຍບໍ່ມີກະແສໄຟຟ້າໃຊ້, ຄາດວ່າຕົວເລກຜູ້ເສຍຊີວິດ ແລະ ຂອບເຂດຄວາມເສຍຫາຍອາດຂະຫຍາຍເພີ່ມສູງຂຶ້ນອີກໃນອະນາຄົດ.
ອ້າງອີງ:
https://www.reuters.com/…/biden-declares-emergency…/

