ກອງພັນໃຫຍ່ 201 ສ້າງຂົວຂ້າມນ້ຳພູນ ສຳເລັດ ເພື່ອນຳໃຊ້ຊົວຄາວໃນລະດູແລ້ງ

ວັນທີ 10 ມັງກອນ 2023 ຜ່ານມາ, ກອງພັນໃຫຍ່ 201 ໄດ້ເລີ່ມການສ້າງຂົວຂ້າມນ້ຳພູນຂົວແບບໃຊ້ຊົ່ວຄາວໃນລະດູແລ້ງ ລະຫວ່າງ ກອງພັນໃຫຍ່ 201 ຫາ ບ້ານສຸວັນນະພູມ ແຂວງໄຊຍະບູລີ ສໍາເລັດລົງໃນວັນດຽວກັນ ການສ້າງຂົວດັ່ງກ່າວນຳພາໂດຍ ທ່ານ ພັອ ບຸນພົບວິໄລສັກ ຄະນະພັກກອງພົນ ເລຂາຄະນະພັກ ຫົວໜ້າການເມືອງ 201 ພ້ອມດ້ວຍຄະນະພັກຄະນະບັນຊາກອງພັນໃຫຍ່ 201, ກຳລັງທີ່ນຳມາສ້າງຂົວໃນຄັ້ງນີ້ ແມ່ນໄດ້ແຮງງານມາຈາກພະນັກງານ-ນັກຮົບ ທີ່ມາຈາກບັນດາ ພະແນກການ, ກອງຮ້ອຍ, ໝວດ, ກອງພັນນ້ອຍ ທີ່ຂຶ້ນກັບກອງພັນໃຫຍ່ 201 ເຂົ້າຮ່ວມ.

อาจเป็นรูปภาพของ 6 คน, ผู้คนกำลังยืน และ แหล่งน้ำ

ການສ້າງຂົ້ວໃນຄັ້ງນີ້ ມີກຳລັງທັງໝົດ 435 ຄົນ, ສະຫະພັນແມ່ຍິງຈຳນວນ 25 ຄົນ ການສ້າງຂົວແມ່ນໄດ້ແບ່ງໝ້າວຽກໃຫ້ແຕ່ລະຈຸພາກັນສານແຕະ, ເຮັດເປັນກະຈວຍ, ເຊີ່ງມີຄວາມກວ້າງ 120 cm,150 cm, ເຮັດໃຫ້ການສ້າງຂົວໃນຄັ້ງນີ້ ເປັນຂະບວນການຟົດຟື້ນ, ຂົວດັ່ງກ່າວແມ່ນໃຫ້ນຳໃຊ້ພຽງແຕ່ສະເພາະຄົນຍ່າງຂ້າມ ແລະ ນໍາໃຊ້ລົດຈັກ, ລົດຖີບເທົ່ານັ້ນໃນການສັນຈອນໄປ-ມາ.

อาจเป็นรูปภาพของ 2 คน และ แหล่งน้ำ

ພາບ+ຂ່າວ: ນາງ ໄພວັນ ລໍວັນຄຳ