ຣຽວ ມາດຣິດ ລ໊ອກເປົ້າ ເຄນ ຮ່ວມທີມຫາກ ເບນເຊມາ ອຳລາທີມ

ສື່ລາຍງານວ່າ ຣຽວ ມາດຣິດ ລ໊ອກເປົ້າຄວ້າຕົວ ແຮຣີ ເຄນ ກອງໜ້າ ທັອດແນມ ຮັອດສະເປີ ມາຮ່ວມທີມ ຫາກ ຄາຣິມ ເບນເຊມາ ຕັດສິນໃຈອຳລາ ສະໂມສອນຫລັງຫມົດສັນຍາ.
ໂດຍ ເບນເຊມາ ອາຍຸ 35 ປີ ເຫລືອສັນຍາກັບ ຣຽວ ມາດຣິດ ເຖິງເດືອນມິຖຸນາ 2023 ແຕ່ຍັງບໍ່ມີການຕົກລົງເລື່ອງຂະຫຍາຍສັນຍາອອກໄປແຕ່ຢ່າງໃດ ທ່າມກາງຂ່າວລືຈາກ ຟີຄາເຢສ ສື່ໃນສະເປນວ່າ ລາວອາດຈະພິຈາລະນາກັບໄປຫລິ້ນໃຫ້ ໂອລິມປິກ ລີຢົງ ອະດີດຕົ້ນສັງກັດອີກເທື່ອຫນຶ່ງ.
ຈົນຫລ້າສຸດ ບິລ ສື່ເຢຍລະມັນລະບຸວ່າ : ຣຽວ ມາດຣິດ ໄດ້ລ໊ອກເປົ້າ ເຄນ ເຂົ້າມາເສີມທີມ ແລະ ກຽມທາບທາມຢ່າງຈິງຈັງ ຫາກ ເບນເຊມາ ຕັດສິນໃຈຍ້າຍ ອອກໄປຈາກຖິ່ນ ຊານຕີອາໂກ ເບນາເບລ ເນື່ອງຈາກເບິ່ງວ່າເປັນຕົວແທນທີ່ເຫມາະສົມ.
ທັງນີ້ ເຄນ ຕົກເປັນຂ່າວເຊື່ອມໂຍງກັບຫລາຍສະໂມສອນໃຫຍ່ ທັງ ບາເຢິນ ມິວນິກ ແລະ ແມນເຊສເຕີ ຢູໄນເຕັດ ທ່າມກາງອະນາຄົດທີ່ບໍ່ແນ່ນອນກັບ ສະເປີ ເຖິງຈະເຫລືອສັນຍາເຖິງປີ 2024 ເນື່ອງຈາກລາວຍັງບໍ່ເຄີຍປະສົບຄວາມສຳເລັດໃດໆໃນລະດັບສະໂມສອນ.

