ພັດທະນາຊັບພະກອນມະນຸດ ຕ້ອງເຮັດຢ່າງແຂງແຮງ

ປີ 2023 ເປັນໄລຍະກາງສະໄໝຂອງການຈັດຕັ້ງຜັນຂະຫຍາຍມະຕິ 11 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ເທື່ອທີ 9… ຊຶ່ງການສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາແນວທາງ-ນະໂຍບາຍ ຈະເຂັ້ມຂຸ້ນຂຶ້ນເພື່ອພ້ອມກັນຍາດເອົາຜົນສໍາເລັດໃໝ່ຕາມທີ່ບັນດາຂະແໜງການໜ້າວຽກໄດ້ກໍານົດໄວ້, ແຕ່ແນວໃດກໍດີການຈະບັນລຸຜົນງານໃໝ່ໃຫຍ່ຫລວງກວ່າເກົ່າ ຕ້ອງສືບຕໍ່ບາດກ້າວບຸກທະລຸການພັດທະນາຊັບພະຍາກອນມະນຸດ ເນື່ອງຈາກຄົນເປັນຂອດຕັດສິນຜົນສໍາເລັດຂອງວຽກງານ.

ໃນ 4 ບາດກ້າວບຸກທະລຸໄດ້ແກ່ບຸກທະລຸດ້ານຈິນຕະນາການ, ດ້ານພັດທະນາຊັບພະຍາກອນມະນຸດ, ດ້ານກົນໄກຄຸ້ມຄອງການບໍລິຫານ  ແລະ ດ້ານການແກ້ໄຂຄວາມທຸກຍາກ ຖືວ່າພວກເຮົາໄດ້ຈັດຕັ້ງຜັນຂະຫຍາຍບັນລຸຜົນສໍາເລັດທີ່ເປັນພື້ນຖານຫລາຍດ້ານ, ເປັນຮູບປະທໍາເຖິງວ່າປະສົບຄວາມຫຍຸ້ງຍາກທ້າທາຍຫລາຍປະການ, ແຕ່ທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນໄດ້ສຸມໃສ່ເຮັດສໍາເລັດບັນດາເປົ້າໝາຍໂດຍພື້ນຖານ. ສະເພາະບາດກ້າວບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດ ກໍໄດ້ຮັບການເອົາ ໃຈໃສ່, ເປັນວຽກບຸລິມະສິດໜຶ່ງຕໍ່ການພັດທະນາເນື່ອງຈາກຄົນແມ່ນປັດໄຈຕັດສິນຜົນໄດ້ຜົນເສຍ ນັ້ນເອງ.

ເມື່ອເວົ້າເຖິງຊັບພະຍາກອນມະນຸດ, ຜູ້ນໍາພັກ-ລັດເຮົາ ເຄີຍກ່າວໄວ້ວ່າ: “ຄົນມີຄຸນສົມບັດ ແຕ່ຂາດຄວາມຮູ້ຄວາມສາມາດເຮັດວຽກພົບຄວາມຫຍຸ້ງຍາກ, ຄົນມີຄວາມຮູ້ຄວາມສາມາດ ຂາດຄຸນສົມບັດໃຊ້ການບໍ່ໄດ້”. ນີ້ແມ່ນພາວະວິໄສ ແລະ ວິທະຍາສາດທີ່ສຸດ ໝາຍວ່າເຮົາຈະພັດທະນາ ຊັບພະຍາກອນມະນຸດດ້ານໜຶ່ງດ້ານດຽວຖືວ່າບໍ່ພຽງພໍ. ແນວໃດກໍດີມີຫລາຍຄໍາເຫັນເວົ້າວ່າ: ການພັດທະນາ, ທຶນຮອນງົບປະມານກໍສໍາຄັນ, ແຕ່ຕັດສິນຍັງແມ່ນຄົນ ເພາະຖ້າຜູ້ປະຕິບັດບໍ່ມີຄຸນສົມບັດ, ຂາດຫລັກວິທະຍາສາດ,​ ເຫັນແກ່ຜົນປະ ໂຫຍດໄລຍະສັ້ນ…ເຖິງວ່າມີທຶນຮອນງົບປະມານຫລາຍປານໃດກໍບໍ່ເປັນປະໂຫຍດ. ດັ່ງນັ້ນການພັດທະນາຊັບພະຍາກອນມະນຸດ ຕ້ອງໄດ້ແກ້ໄຂໃຫ້ສົມດຸນກັນລະຫວ່າງການເພີ່ມຂຶ້ນຂອງປະລິມານ ແລະ ການຍົກສູງຄຸນນະພາບຂອງປະຊາກອນ, ແຫລ່ງກໍາລັງແຮງຄົນ…ການພັດທະນາແຕ່ລະໄລຍະອາດຈະແຕກຕ່າງກັນຕາມຄວາມຮຽກຮ້ອງຕ້ອງການຕົວຈິງ. ຂະນະທີ່ການພັດທະນາຊັບພະຍາກອນມະນຸດຢູ່ປະເທດເຮົານັບ ແຕ່ປະເທດຊາດ ໄດ້ຮັບການປົດປ່ອຍ ເລີ່ມຈາກຄໍາຂວັນ “ຮຽນໜັງສືແມ່ນຮັກຊາດ” ໄດ້ເຮັດໃຫ້ປະຊາຊົນລາວບັນດາເຜົ່າສາມາດລົບລ້າງຄວາມບໍ່ຮູ້ໜັງສືໃນເວລາຕໍ່ມາ. ການສ້າງຄົນໃນສາຍອາຊີບຕ່າງໆກໍປະຕິ ບັດຖືກຕ້ອງ ຕາມຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ ອັນເຮັດໃຫ້ສັງຄົມລາວມີຄົນທີ່ມີລະດັບຄວາມຮູ້ວິຊາການເຖິງຂັ້ນສູງໆທຽບໃສ່ປີ 1975 ຂາດຂັ້ນກັນປານຟ້າກັບດິນ. ປັດຈຸບັນການພັດທະນາຮຽກຮ້ອງຕ້ອງການຊັບພະຍາກອນມະນຸດຫລາຍປະສົມປະສານທັງວິຊາຊີບຊໍານານງານຈົນເຖິງຂັ້ນມະຫາວິທະຍາ ໄລ ປະລິນຍາລະດັບຕ່າງໆ. ໄລຍະການລະບາດຂອງພະຍາດໂຄວິດ-19 ແລະ ມີສະພາບຫຍຸ້ງຍາກ, ຄວາມຮຽກຮ້ອງຕ້ອງການນສ້າງຄົນໃຫ້ມີອາຊີບຕ່າງໆກາຍເປັນບັນຫາທີ່ຖືກຕັ້ງຂຶ້ນ ຊຶ່ງສັງຄົມໄດ້ເຫັນສະ ພາບພາວະວິໄສໃນໄລຍະພະຍາດໂຄວິດ-19 ລະບາດ ແລະ ເຫັນແນວທາງນະໂຍບາຍຂອງພັກ-ລັດຕໍ່ການພັດທະນາການສຶກສາໃນໄລຍະໃໝ່, ສົນໃຈຮຽນວິຊາຊີບຕ່າງໆຫລາຍຂຶ້ນເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາທັງພາຍໃນ ແລະ ມີເງື່ອນໄຂສົ່ງກໍາລັງແຮງງານໄປຕ່າງປະເທດ.

ສະຫລຸບ ພວກເຮົາມີແນວທາງ-ນະໂຍບາຍການພັດທະນາຊັບພະຍາກອນມະນຸດທີ່ຖືກຕ້ອງ ເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມ…ໂດຍການສືບຕໍ່ຈັດຕັ້ງຜັນຂະຫຍາຍບາດກ້າວບຸກທະລຸດ້ານພັດທະນາຊັບພະກອນມະນຸດ ຕ້ອງເຮັດຢ່າງແຂງແຮງ, ສອດຄ່ອງກັບສະພາບ ແລະ ເງື່ອນໄຂ.