ກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 2 ສະໄໝທີ XI ຈະທົບທວນ 5 ແຜນງານ ແລະ 41 ໂຄງການແຜນພັດທະນາອົງການແນວລາວສ້າງຊາດ

ກອງປະຊຸມກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 2 ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການໃນວັນທີ 11 ມັງກອນ 2023 ທີ່ສູນກາງແນວລາວສ້າງຊາດໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ພະອາຈານ ບຸນມາ ສິມມາພົມ ປະທານສູນກາງ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີຮອງປະທານ ສນຊ ປະຈຳການ ແລະ ບໍ່ປະຈຳການ, ປະທານແນວລາວສ້າງຊາດແຂວງ, ນະຄອນຫລວງວຽງຈັນ ພ້ອມດ້ວຍກໍາມະການ ສນຊ, ທີ່ປຶກສາ ແລະ ຜູ້ຮ່ວມງານທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ທາງໄກ ເພື່ອສະຫລຸບຕີລາຄາການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດໃນໄລຍະຜ່ານມາ ແລະ ສະເໜີແຜນວຽກງານຈຸດສຸມປີ 2023.
ທ່ານ ສິນລະວົງ ຄຸດໄພທູນ ກ່າວວ່າ: ການດຳເນີນກອງປະຊຸມຄົບຄະນະປະຈໍາປີຈະພ້ອມກັນປຶກສາຫາ ລື, ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XI ແລະ ແຜນພັດທະນາອົງການແນວລາວສ້າງຊາດ 1 ປີຜ່ານມາ ແລະ ວຽກງານປິ່ນອ້ອມອື່ນໆຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ກໍານົດໄວ້ ເປັນຕົ້ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XI ໂດຍສະ ເພາະ 6 ແຜນວຽກທີ່ມະຕິກອງປະຊຸມກຳນົດໄວ້ຄື ການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງປະຊາ ຊົນໃນວົງຄະນາຍາດຂອງຊາດ; ການເພີ່ມທະວີວຽກງານຂົນຂວາຍປະຊາຊົນຊັ້ນຄົນຕ່າງໆ; ການເສີມຂະ ຫຍາຍປະຊາທິປະໄຕ, ສິດເປັນເຈົ້າ ແລະ ການປົກປ້ອງຜົນປະໂຫຍດຂອງປະຊາຊົນຊັ້ນຄົນຕ່າງໆ; ການປັບປຸງຮູບແບບການຮ່ວມສໍາພັນກັບອົງການພາຄີ ແລະ ການຮ່ວມມືກັບພາກສ່ວນຕ່າງໆ; ການເພີ່ມທະວີຄວາມສາມັກຄີສາກົນ ແລະ ເປີດກວ້າງການພົວພັນການທູດປະຊາຊົນ ແລະ ແຜນວຽກຈຸດສຸມໃນການປັບປຸງ ແລະ ສ້າງການຫັນປ່ຽນໃນວຽກງານຂອງຄະນະກໍາມະການແນວລາວສ້າງຊາດ.
ນອກນີ້, ຈະໄດ້ທົບທວນການຈັດຕັ້ງປະຕິບັດແຜນພັດທະນາອົງການແນວລາວສ້າງຊາດເປັນຕົ້ນ 5 ແຜນງານ ແລະ 41 ໂຄງການອັນໃດບັນລຸໄດ້ ແລະ ບໍ່ທັນບັນລຸດ້ວຍເຫດຜົນຫຍັງ? ພິຈາລະນາຮັບຮອງຮ່າງມະຕິກ່ຽວກັບການສ້າງລາຍຮັບເພີ່ມຂອງອົງການແນວລາວສ້າງຊາດໃນໄລຍະໃໝ່; ການລາຍງານ ແລະ ພິຈາລະນາຄວາມເປັນໄປໄດ້ສ້າງຕັ້ງສະມາຄົມກະສິກອນຢູ່ສປປ ລາວ; ພິຈາລະນາຮັບຮອງເອົາບຸກຄະລາ ກອນປ່ຽນແທນກຳມະການ ສນຊ ຈຳນວນໜຶ່ງ ແລະ ພິຈາລະນາຮັບຮອງເອົາມະຕິກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 2.

