ມູຣີນໂຢ ກຽມວາງແຜນຄວ້າ ຊານເຊດ ມາຮ່ວມທີມກ່ອນຕະຫຼາດຊື້ຂາຍນັກເຕະປິດລົງ

ໂຮເຊ ມູຣິນໂຢ ຜູ້ຈັດ ການທີມ ແມນເຊສເຕີ ຢູໄນ ເຕັດ ຕ້ອງການຄວ້າໂຕ ອະ ເລັກຊິສ ຊານເຊດ ກອງໜ້າໂຕ ເກັ່ງຊອງທີມ ອາເຊນອລ ມາ ຮ່ວມທີມກ່ອນຕະຫຼາດຊື້ຂາຍນັກເຕະລະດູການນີ້ຈະປິດລົງໃນອີກດົນນີ້.
ເປັນທີ່ເຊື່ອກັນວ່າ ຊານ ເຊດ ກຳລັງຊອກຫາໂອກາດ ໃນການຍ້າຍທີມ ແລະ ບໍ່ຄິດ ຈະຝາກອະນາຄົດຂອງໂຕ ເອງໄວ້ໃນຖິ່ນ ເອມິເຣດ ໂດຍ ມີທີມ ແມນເຊສເຕີ ຊິຕີ ທີ່ກຳ ລັງພະຍາຍາມຢ່າງໜັກທີ່ຈະ ດຶງໂຕໄປຮ່ວມທີມ ເຖິງຂັ້ນ ຍອມໃສ່ ຣາຮິມ ສະເຕີລິງ ມາ ເປັນສ່ວນໜຶ່ງໃນຂໍ້ສະເໜີ.
ແນວໃດກໍຕາມ ລາຍ ງານຂ່າວຫຼ້າສຸດຈາກ ເດິ ອິນ ດິເພນເດນ ສື່ຊື່ດັງຂອງ ອັງກິດ ລາຍງານວ່າ ມູຣິນໂຢ ທີ່ກຳ ລັງຊອກຫານັກເຕະໂຕບຸກທີ່ ສາມາດຫຼິ້ນປີກໄດ້ນຳອີກ ໂດຍຢາກໄດ້ ຊານເຊດ ມາຫຼິ້້ນ ໃນຖິ່ນ ໂອລແທຣັບຟອດ ແລະ ການຊື້ຂາຍນີ້ກໍມີຄວາມເປັນ ໄປໄດ້ເຊັ່ນກັນ ແຕ່ທາງເລືອກ ທຳອິດຂອງ ຊານເຊດ ຄືລາວ ຍັງຢາກໄປຢູ່ ກັບ ແມນເຊສເຕີ ຊິຕີ ເນື່ອງຈາກລາວມີຄວາມ ສຳພັນທີ່ດີກັບ ເປບ ກວາດິໂອ ລາ ຜູ້ຈັດການທີມຂອງ ແມນ ເຊສເຕີ ຊິຕີ.

