ວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ຍັງເປັນອຸປະສັກອັນໃຫ່ຍຫລວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຂາດແຄນວິຊາການດ້ານເຕັກນິກ

ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຫຄຊກລ) ໄດ້ໃຫ້ທັດສະນະເນື່ອງໃນໂອກາດ ຄົບຮອບ 50 ປີ ຂອງຂໍ້ຕົກລົງສັນຕິພາບປາຣີ ຕໍ່ກັບສຳນັກຂ່າວໜັງສືພິມ Nikkei ປະເທດຍີ່ປຸ່ນ ວ່າ: ໃນ ສປປ ລາວ ຖ້າຄິດໄລ່ຕໍ່ຫົວຄົນ ແມ່ນເປັນປະເທດທີ່ຖືກຖິ້ມລະເບີດໃສ່ຫລາຍທີ່ສຸດ ຕະຫລອດສົງຄາມອິນດູຈີນ (ປີ 1964-1973) ມີຫລາຍກວ່າ 580.000 ຖ້ຽວບິນທີ່ຖິ້ມລະເບີດ ຫລື ຖ້ຽວບິນຖິ້ມລະເບີດທຸກໆ 8 ນາທີ, 24 ຊົ່ວໂມງຕໍ່ມື້, ເປັນເວລາ 9 ປີ ແລະ ການສູ້ຮົບທາງໜ້າດິນຢ່າງກວ້າງຂວາງ, ເຮັດໃຫ້ລະເບີດປະມານ 3 ລ້ານໂຕນ ຖືກຖິ້ມລົງໃສ່ ສປປ ລາວ. ລະເບີດລູກຫວ່ານໄດ້ຖືກນຳໃຊ້ຫລາຍກວ່າ 270 ລ້ານໜ່ວຍ. ໃນນັ້ນ ມີປະມານ 80 ລ້ານໜ່ວຍ ທີ່ບໍ່ທັນແຕກ ແລະ ຕົກຄ້າງ ຝັງຢູ່ໃນພູມສັນຖານຂອງ ສປປ ລາວ ຫລັງສົງຄາມສິ້ນສຸດລົງ, ເຊິ່ງນັບແຕ່ຊຸມປີ 1996 ເປັນຕົ້ນມາ ລັດຖະບານລາວ ຮ່ວມກັບອົງການຈັດຕັ້ງສາກົນ ໄດ້ມີຄວາມພະຍາຍາມແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນຂອບເຂດທົ່ວປະເທດ ແລະ ສາມາດກວດກູ້ລະເບີດບໍ່ທັນແຕກ ອອກຈາກເນື້ອທີ່ທີ່ມີຜົນກະທົບ ລວມທັງໝົດ 77.775 ເຮັກຕາ, ໃນນີ້ ກະສິກໍາ 60.808 ເຮັກຕາ ແລະ ພັດທະນາ 16.966 ເຮັກຕາ ໃນຈຳນວນ 18 ແຂວງ, 2.802 ບ້ານ ແລະ 37.483 ສະໜາມ, ທໍາລາຍລະເບີດໄດ້ທັງໝົດ 1.787.907 ໜ່ວຍ ແລະ ສໍາພາວຸດອື່ນໆ 739.719 ໜ່ວຍ. ພ້ອມນັ້ນກໍຍັງມີຜູ້ເຄາະຮ້າຍຈາກອຸບັດເຫດເກີດຂຶ້ນທັງໝົດ 1.098 ຄົນ (ບາດເຈັບ 814 ຄົນ, ເປັນແມ່ຍິງ 100 ຄົນ, ຜູ້ຊາຍ 329 ຄົນ, ເດັກຊາຍ 370 ຄົນ ແລະ ເດັກຍິງ 75 ຄົນ) ແລະ ເສຍຊີວິດ 284 ຄົນ (ຂໍ້ມູນອຸບັດຕິເຫດແຕ່ ປີ 2008 ຫາ 2022).
ເຖິງຢ່າງໃດກໍຕາມ, ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແມ່ນເປັນອຸປະສັກອັນໃຫ່ຍຫລວງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ກີດຂວາງການພັດທະນາພື້ນຖານໂຄງລ່າງ, ໃນການແກ້ໄຂຄວາມທຸກຍາກ, ການເຂົ້າເຖິງພື້ນທີ່ການຜະລິດ ແລະ ການປັບປຸງຊິວິດການເປັນຢູ່ຂອງປະຊາຊົນ, ກະທົບຕໍ່ເສດຖະກິດ-ສັງຄົມ, ກະທົບຕໍ່ຊີວິດການເປັນຢູ່, ລວມທັງສະພາວະຄວາມທຸກຍາກ ແລະ ການຂາດແຄນສະບຽງອາຫານ ແມ່ນມີການພົວພັນຢ່າງສະໜິດແໜ້ນກັບບັນຫາ ລບຕ. ເນື່ອງຈາກ ສປປ ລາວ ເປັນປະເທດທີ່ມີພູມສັນຖານທຸລະກັນດານ, ມີພູພຽງ, ພູສູງ, ຫ້ວຍໜອງ ແລະ ແມ່ນໍ້າລໍາເຊ ທີ່ບໍ່ເອື້ອອໍານວຍ ແລະ ເປັນອຸປະສັກ ຈຶ່ງຈັດຕັ້ງປະຕິບັດການແກ້ໄຂລະເບີດບໍ່ທັນແຕກໄດ້ຊ້າ, ສີ້ນເປືອງເວລາ ແລະ ງົບປະມານ ເຊິ່ງສະເລ່ຍການປົດປ່ອຍພື້ນທີ່ດິນສູງສຸດໃນແຕ່ລະປີປະມານ 7.000 ເຮັກຕາ ເທົ່ານັ້ນ. ຄຽງຄູ່ກັນນັ້ນ, ລະເບີດບໍ່ທັນແຕກກໍ່ມີການເຊາະໄຫລໄປກັບແມ່ນໍ້າ, ດິນເຈື່ອນຖົມເລິກ ແລະ ມີຄວາມຜິດດ່ຽງລະຫວ່າງສະຖານທີ່ຢູ່ຂອງລະເບີດກັບຈຸດພິກັດການຖີ້ມລະເບີດ ທີ່ໄດ້ຮັບຂໍ້ມູນຈາກ ສ. ອາເມລິກາ. ນອກຈາກນີ້, ລະເບີດປະເພດອື່ນທີ່ມີການສູ້ຮົບທາງພາກພື້ນດິນ.
ຜ່ານມາ, ການສະໜັບສະໜູນຂະແໜງການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ເຫັນວ່າຍັງບໍ່ທັນພຽງພໍຕາມຄວາມຮຽກຮ້ອງຕ້ອງການ. ໂດຍສະເພາະ ແມ່ນນັບແຕ່ປີ 1996 ເຖິງປີ 2022 ຜ່ານມາ 26 ປີລັດຖະບານ ສປປ ລາວ ຮ່ວມກັບອົງການຈັດຕັ້ງສາກົນ ໄດ້ມີຄວາມພະຍາຍາມແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນຂອບເຂດທົ່ວປະເທດສາມາດກວດກູ້ເນື້ອທີ່ ທີ່ມີຜົນກະທົບຖ້າຄິດສະເລ່ຍແລ້ວແມ່ນ 0,83% ຂອງເນື້ອທີ່, ເນື່ອງຈາກວ່າ ເຕັກໂນໂລຊີ ຕອບສະໜອງໃຫ້ການແກ້ໄຂບັນຫາ ແມ່ນຍັງຫຍຸ້ງຍາກ ໂດຍສະເພາະ ການສໍາຫຼວດກວດກູ້ ແລະ ທໍາລາຍ, ບຸກຄະລາກອນ ຍັງມີຄວາມຈໍາກັດ ທາງດ້ານຄວາມຮູ້ເຕັກນິກວິຊາການ, ການຄຸ້ມຄອງບໍລິຫານຈັດການ ຢູ່ໃນຂະແໜງການລະເບີດບໍ່ທັນແຕກ, ເຄື່ອງມື, ອຸປະກອນ, ພາຫະນະ ຍັງບໍ່ທັນພຽງພໍ ຕາມມາດຕະຖານແຫ່ງຊາດ, ລວມທັງ ທຶນສະໜັບສະໜູນຍັງບໍ່ທັນພຽງພໍກັບຄວາມຕ້ອງການຂອງຂະແໜງການ ດັ່ງກ່າວ.

