ເປຣູປະທະເດືອດ ຮຽກຮ້ອງຈັດເລືອກຕັ້ງໃໝ່ທັນທີ ຫລັງອະດີດຜູ້ນຳຖືກປົດ ເສຍຊີວິດເພີ່ມຢ່າງໜ້ອຍ 13 ຄົນ

ວັນທີ 9 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ເກີດເຫດປະທະລະຫວ່າງເຈົ້າໜ້າທີ່ດ້ານຄວາມໝັ້ນຄົງກັບປະຊາຊົນຊາວເປຣູຜູ້ສະໜັບສະໜູນທ່ານ ເປໂດຣ ກັສຕິໂຍ ອະດີດປະທານາທິບໍດີເປຣູທີ່ຖືກປົດຈາກຕຳແໜ່ງ ຫລັງພະຍາຍາມຍຸບສະພາ ກ່ອນສະພາຈະລົງມະຕິບໍ່ໄວ້ວາງໃຈຖອດຖອນທ່ານໃຫ້ພົ້ນຈາກຕຳແໜ່ງຜູ້ນໍາປະເທດ ເປັນເຫດໃຫ້ມີຜູ້ເສຍຊີວິດເພີ່ມຢ່າງໜ້ອຍ 13 ຄົນ.

ບັນດາກຸ່ມຜູ້ຊຸມນຸມຮຽກຮ້ອງໃຫ້ມີການຈັດການເລືອກຕັ້ງຂຶ້ນໃນທັນທີ ເຖິງວ່າຮອງປະທານາທິບໍດີ ທ່ານ ນາງ ດິນາ ໂບລູອາເຕ ທີ່ຂຶ້ນມາດໍາລົງຕໍາແໜ່ງປະທານາທິບໍດີຄົນໃໝ່ຂອງເປຣູຈະສະໜັບສະໜູນແຜນຈັດການເລືອກຕັ້ງໃຫ້ໄວຂຶ້ນຈາກປີ 2026 ມາເປັນພາຍໃນປີ 2024 ແລ້ວກໍຕາມ.

ໂດຍຈໍານວນຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ ເສຍຊີວິດຈາກເຫດປະທະກັນບໍລິເວນສະໜາມບິນຮູເລຍກາ ທາງຕອນໃຕ້ຂອງເປຣູ ໃນຈຳນວນນີ້ຢ່າງໜ້ອຍ 1 ຄົນເປັນຜູ້ທີ່ຍັງບໍ່ບັນລຸນິຕິພາວະ ຖືເປັນຈຳນວນຜູ້ເສຍຊີວິດສູງທີ່ສຸດຈາກເຫດປະທະກັນພາຍໃນສະຖານທີ່ດຽວ ນັບແຕ່ເລີ່ມເກີດເຫດຄວາມບໍ່ສະຫງົບທາງການເມືອງຂຶ້ນໃນຕົ້ນເດືອນທັນວາຜ່ານມາ, ສ່ວນຜູ້ທີ 13 ເສຍຊີວິດຈາກເຫດປະທະກັນຢູ່ເມືອງຊູກິໂຕ ແຂວງປູໂນຂອງເປຣູ ທີ່ຜູ້ຊຸມນຸມມີການປິດກັ້ນເສັ້ນທາງສັນຈອນຕາມທາງຫລວງ ສົ່ງຜົນໃຫ້ຈໍານວນຜູ້ເສຍຊີວິດທັງໝົດຈາກເຫດຊຸມນຸມປະທ້ວງ ແລະ ລຸກລາມກາຍເປັນເຫດປະທະກັນ ນັບແຕ່ຕົ້ນເດືອນທັນວາ 2022 ມີທັງໝົດ 34 ຄົນແລ້ວ.

ເຫດຊຸມນຸມປະທ້ວງ ແລະ ຮຽກຮ້ອງໃຫ້ມີການຈັດການເລືອກຕັ້ງຄັ້ງໃໝ່ໃນທັນທີເກີດຂຶ້ນໃນຫລາຍເມືອງທົ່ວເປຣູ ໂດຍສະເພາະໃນພື້ນທີ່ຊົນນະບົດ ຫລື ແຂວງທີ່ຫ່າງໄກ ເນື່ອງຈາກພື້ນທີ່ເຫລົ່ານີ້ເປັນຖານສຽງສຳຄັນທີ່ສະໜັບສະໜູນປະຊາຊົນຜູ້ທຸກຍາກຄືທ່ານ ກັສຕິໂຍ ຊະນະການເລືອກຕັ້ງທົ່ວໄປໃນປີ 2021 ຜ່ານມາ.

ອ້າງອີງ: