ປີ 2022 ປກສ ແຂວງ ບໍລິຄໍາໄຊ ແກ້ໄຂຄະດີອາຍາທີ່ເກີດຂຶ້ນທົ່ວແຂວງ 193 ຄະດີ

ຫ້ອງການກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຄະດີງານໃຫ້ຮູ້ວ່າ: ໄລະຍະ 1 ປີຜ່ານມາ ທົ່ວແຂວງມີຄະດີອາຍາເກີດຂຶ້ນທັງໝົດ 193 ຄະດີ, ກັກຜູ້ຖືກຫາໄດ້ 214 ຄົນ, ຍິງ 12 ຄົນ. (ທຽບໃສ່ປີ 2021 ແມ່ນຫຼຸດລົງ 167 ຄະດີ ).
ຜ່ານການແກ້ໄຂຄະດີອາຍາທີ່ເກີດຂຶ້ນ 193 ຄະດີ, ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ໄດ້ເອົາໃຈໃສ່ດໍາເນີນຄະດີຕາມຂະບວນການຍຸຕິທໍາ, ຖືກຕ້ອງຕາມລະບຽບກົດໝາຍ.
- ສາມາດກັກຕົວຜູ້ກະທໍາຜິດມາດໍາເນີນຄະດີໄດ້ຈໍານວນ 214 ຄົນ, ຍິງ 12 ຄົນ, ດໍາເນີນຄະດີຂັ້ນ ປກສ ແຂວງ 102 ຄະດີ, ຜູ້ຖືກຫາ 119 ຄົນ, ຍິງ 06 ຄົນ, ໃນນີ້ມີຄະດີອາຍາທົ່ວໄປ 60 ຄະດີ, ຜູ້ຖືກຫາ 75 ຄົນ, ກະທໍາຜິດໃນຄະດີສິ່ງແວດລ້ອມ 18 ຄະດີ, ຜູ້ຖືກຫາ 18 ຄົນ, ຄົນຕ່າງປະເທດ 1 ຄົນ, ຄະດີເສດຖະກິດ 15 ຄະດີ, ຜູ້ຖືກຫາ 21 ຄົນ, ຄະດີຄ້າມະນຸດ 9 ຄະດີ, ຜູ້ຖືກຫາ 5 ຄົນ, ຍິງ 01 ຄົນ.
- ສາມາດຢຶດໄດ້ຂອງກາງ ແລະ ເກັບກູ້ໄດ້ຄືນມີຄື: ລົດໃຫຍ່ 8 ຄັນ, ລົດຈັກ 19 ຄັນ (ສົ່ງຄືນເຈົ້າຂອງເດີມແລ້ວ 14 ຄັນ ) ປືນສັ້ນ 2 ກະບອກ ພ້ອມລູກປືນ 10 ລູກ, ປືນລ່າເນື້ອ 03 ກະບອກ, ບັ້ງກະໂພກ 113 ກິໂລ, ຄອມພິວເຕີ 4 ໜ່ວຍ, ເຄື່ອງຄິດຄົ້ນເງິນຄຣິບໂຕ 434 ເຄື່ອງ, ໄມ້ຄຸ້ມຄອງ 28 ແມັດກ້ອນ, ໄມ້ແຄນ 57 ທ່ອນ, ໄມ້ປະສົມ 18.981 ເມັດກ້ອນ, ແຮ່ເຫຼັກ 50 ໂຕນ, ແຮ່ທອງແດງ 34 ໂຕນ, ຖ່ານຫີນ 1 ໂຕນ, ແຮ່ທາດທໍາມະຊາດ 2.015 ກິໂລ ແລະ ເຄື່ອງຂອງກາງອື່ນໆ ຈໍານວນໜຶ່ງ.
ນອກຈາກເຄື່ອງຂອງກາງຄະດີຈໍານວນດັ່ງກ່າວແລ້ວຍັງມີຜົນເສຍຫາຍຈາກຄະດີທີ່ເກີດຂຶ້ນຄື: ເຮັດໃຫ້ມີຄົນເສຍຊີວິດ 2 ຄົນ, ລົດຈັກ 17 ຄັນ, ເງິນກີບ 403.730.000 ກີບ, ເງິນບາດ 300.000 ບາດ, ເງິນໂດລາ 700.000 ໂດລາ, ເງິນຢວນ 266.400 ຢວນ, ຜູ້ຖືກເຄາະຮ້າຍເປັນຍິງ 4 ຄົນ ແລະ ເຄື່ອງຊັບສິນອື່ນໆ ອີກຈໍານວນໜຶ່ງ.

