ຝ່າຍຈັດ ອອສເຕຣລຽນ ໂອເພັນ ໄຟຂຽວນັກເທັນນິສຕິດໂຄວິດລົງແຂ່ງຂັນໄດ້

ຮ່ວມຊີງໄຊໃນປີນີ້ບໍ່ຈຳເປັນຕ້ອງທົດສອບຫາໂຄວິດ-19 ແລະ ລົງແຂ່ງຂັນໄດ້ເຖິງຈະຕິດເຊື້ອກໍຕາມ.

ສຳລັບ ອອສເຕຣລຽນ ໂອເພັນ 2023 ຈະມີກຳນົດການແຂ່ງຂັນລະຫວ່າງວັນທີ 16-29 ມັງກອນ ທີ່ເມືອງເມລເບີນ ປະເທດອອສເຕຣເລຍ ແນວໃດ ກໍຕາມໃນ 2 ປີທີ່ຜ່ານມາພວກເຂົາມີນະໂຍບາຍດ້ານສຸຂະພາບກ່ຽວກັບໂຄວິດທີ່ອ່າວເຄັ່ງຄັດ.

ໂດຍສະເພາະໃນປີ 2022 ທີ່ພວກເຂົາບໍ່ອະນຸຍາດໃຫ້ນັກເທັນນິສບໍ່ສີດວັກຊີນປ້ອງກັນໂຄວິດຮ່ວມແຂ່ງຂັນ ແລະ ສົ່ງຜົນໃຫ້ ໂນວັກ ຢໍໂຄວິດ ອະດີດມື 1 ໂລກຈາກເຊີເບຍ ຫມົດສິດລົງສະໜາມພ້ອມຖືກໄລ່ອອກຈາກອອສເຕຣເລຍນຳອີກ.

ແນວໃດກໍຕາມຫລ້າສຸດ ໄທລີ ລະບຸວ່າໃນປີນີ້ນັກເທັນນິສທີ່ເຂົ້າຊີງໄຊບໍ່ຈຳເປັນຕ້ອງກວດຫາໂຄວິດ-19 ແລະ ລົງແຂ່ງຂັນໄດ້ເຖິງຈະຕິດເຊື້ອລະຫວ່າງ ການແຂ່ງຂັນກໍຕາມ. “ ເຮົາພຽງຕ້ອງການຕິດຕາມສິ່ງທີ່ພວມຢູ່ໃນຊຸມຊົນ ເຮົາໄດ້ກ້າວໄປອີກຊັ້ນດ້ວຍການໃຫ້ຄຳແນະນຳກ່ຽວກັບການຢູ່ຫ່າງ ເມື່ອເຈົ້າປ່ວຍ ແລະ ເຈົ້າໜ້າທີ່ທາງການແພດຂອງເຮົາຈະຄອຍຕິດຕາມເລື່ອງນັ້ນຕໍ່ໄປ ກັບຜູ້ຫລິ້ນລາຍບຸກຄົນເຊັ່ນດຽວກັນ ”.

“ ເຮົາໄດ້ແຈ້ງໃຫ້ຜູ້ຫລິ້ນຂອງເຮົາຊາບຢ່າງຈະແຈ້ງ ລວມເຖິງເຈົ້າໜ້າທີ່ຂອງເຮົາ ຖ້າໃຜຮູ້ສຶກບໍ່ສະບາຍໃຫ້້ຢູ່ບ້ານ ມັນເປັນສະພາບແວດລ້ອມ ປົກກະຕິສຳລັບເຮົາ ແລະ ບໍ່ຕ່າງຈາກ ຄຣິກເກັດ ເຊິ່ງອາດມີຜູ້ຫລິ້ນທີ່ລົງແຂ່ງຂັນໄດ້ແມ້ນແຕ່ຕິດໂຄວິດ ”.

ກ່ອນໜ້ານີ້ ແມັດ ເຣນຊໍ ນັກຄຣິກເກັດຊາວອອສເຕຣເລຍຍັງຄົງຫລິ້ນໃນເກມພົບກັບທີມຊາດແອຟຣິກກາໄດ້ ເຖິງວ່າຈະຕິດເຊື້ອໂຄວິດ-19ຢູ່ກໍຕາມ.