ເດສຊອງ ຢືນຢັນເອງຕໍ່ສັນຍາຄຸມ ຝຣັ່ງ ຕໍ່ເນື່ອງເຖິງບານໂລກ

ດີດີເຢ ເດສຊອງ ຜູ້ຈັດການທີມຊາດຝຣັ່ງ ຢືນຢັນຈະເຮັດວຽກໃນຖານະຜູ້ຈັດການທີມຊາດຕໍ່ໄປເຖິງ ບານໂລກ ໃນອີກ ປີຂ້າງໜ້າ.

ເດສຊອງ ອາຍຸ ປີຜ່ານເຂົ້າຊີງບານໂລກໄດ້ເຖິງ 2 ຄັ້ງ ໂດຍໄດ້ແຊ໊ມໂລກໃນປີ 2018 ກ່ອນທີ່ຫລ້າສຸດຈະຈະເສຍລູກໂທດໃຫ້ອາເຈນຕີນາໃນຮອບຊີງປີ 2022 ເຊິ່ງຫລາຍຝ່າຍຄາດການກັນວ່າ ຊີເນີດິນ ຊີດານ ອະດີດຜູ້ຈັດການທີມ ຣຽວ ມາດຣິດ ຈະເຂົ້າມາສານງານຕໍ່ ແນວໃດກໍຕາມລາຍງານຂ່າວລະບຸວ່າ ສະຫະພັນບານເຕະຝຣັ່ງ ຕ້ອງຈະຕໍ່ສັນຍາ ເດສຊອງ ເຖິງຈົບບານຢູໂຣ 2024 ແຕ່ລາວຢືນຢັນວ່າຈະຕໍ່ສັນຍາຕໍ່ເມື່ອໄດ້ເຮັດວຽກເຖິງບານໂລກ 2026 ທີ່ສະຫະລັດ-ແຄນາດາ-ເມັກຊີໂກ ເປັນເຈົ້າພາບຮ່ວມ.

“ ຂ້ອຍຂໍປະກາດກ່ຽວກັບຕົວເອງ ເນື່ອງຈາກປະທານສະຫະພັນຕັດສິນໃຈຕໍ່ສັນຍາຕົວຂ້ອຍຈົນເຖິງປີ 2026 ເຊິ່ງຂ້ອຍຂໍຂອບໃຈຄວາມໄວ້ວາງໃຈໃນການໃຫ້ເຮັດວຽກຕໍ່ ” ເດສຊອງ ເປີດເຜີຍ.