ກໍາແພງພາສາຈະໝົດໄປ ກັບແວ່ນຕາ AR ອັດສະລິຍະ

ຖືໄດ້ວ່າເປັນຂ່າວດີ ທີ່ອາດນໍາໄປສູ່ການທໍາລາຍກໍາແພງພາສາໃນອະນາຄົດ, ເມື່ອອາທິດທີ່ຜ່ານມາບໍລິສັດເຄື່ອງໃຊ້ໄຟຟ້າ “TCL” ໄດ້ອອກມາເປີດຕົວແວ່ນ AR (Augment reality) ຮູບແບບໃໝ່ທີ່ມີຄວາມສາມາດໃນການແປພາສາສົນທະນາໄດ້ແບບ real time.

ແວ່ນຕາ AR ນີ້ມີຊື່ວ່າ “RayNeo X2” ເຊິ່ງມີຮູບຮ່າງໜ້າຕາໂດຍພື້ນຖານຄ້າຍຄືກັບແວ່ນຕາທົ່ວໄປ ພຽງແຕ່ຂະໜາດໃຫຍ່ກວ່າປົກກະຕິ ທີ່ມາພ້ອມລະບົບປະມວນຜົນ Qualcomm’s Snapdragon XR2 ແບບດຽວກັບທີ່ໃຊ້ໃນ Oculus Quest 2 (ແວ່ນຕາ VR ແບບ Standalone)

 

ນອກຈາກນັ້ນໃນໂຕເລນຍັງມີ MicroLED ທີ່ສາມາດສະແດງພາບອອກໄດ້ຢ່າງສວຍງາມ ແລະ ຍັງມີລະບົບຖ່າຍຮູບທີ່ສາມາດປັບເລນໄດ້ ເຊິ່ງເຮັດໃຫ້ມັນສາມາດໃຊ້ເປັນກ້ອງ/ແວ່ນສາຍຕາໄປພ້ອມກັນໄດ້ ແລະ ແນ່ນອນວ່າຄຸນລັກສະນະຫລັກໆຂອງ RayNeo X2 ແມ່ນຄວາມສາມາດໃນການແປພາສາ

.
ຈາກການທົດລອງຂອງສໍານັກຂ່າວ CNET ໄດ້ບອກວ່າ ແວ່ນນີ້ເຮັດໃຫ້ເຂົາເຈົ້າເຂົ້າໃຈຄົນທີ່ເວົ້າພາສາຈີນໄດ້ເປັນຢ່າງດີ

.

ຖືໄດ້ວ່າແວ່ນຕາອັດສະລິຍະ RayNeo X2 ເປັນສິ່ງໜຶ່ງທີ່ໜ້າຕິດຕາມ ວ່າຈະໄດ້ຮັບຜົນຕອບຮັບແນວໃດຖ້າຖືກວາງຂາຍອີ່ຫລີ, ບໍລິສັດ TCL ໄດ້ບອກອີກວ່າພວກເຂົາຈະພັດທະນາແວ່ນຕານີ້ໃຫ້ສໍາເລັດໃນປີນີ້, ສະແດງວ່າແວ່ນຕາດັ່ງກ່າວຈະພ້ອມວາງຂາຍໃນໄວໆນີ້ພາຍໃນປີ 2023 ນັ້ນເອງ.

 

ອ້າງອີງ

http://www.gizmodo.com.au/…/tcl-rayneo-x2-ar-smart…/

http://futurism.com/…/ar-glasses-translate

http://www.cnet.com/…/tcls-rayneo-x2-ar-glasses-live…/