ມອບ-ຮັບ ໂຄງການກໍ່ສ້າງຫ້ອງກັກຂັງຊົ່ວຄາວ ໃຫ້ ປກສ ນະຄອນໄກສອນພົມວິຫານ ເປັນຜູ້ປົກປັກຮັກສາ ແລະ ນຳໃຊ້ຕາມລະບຽບຫລັກການ

ໃນອາທິດຜ່ານມາ, ຄ້າຍຄຸມຂັງຊົ່ວຄາວ ຫລັກ 6 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງຄ້າຍກັກຂັງຊົ່ວຄາວ ໃຫ້ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ເປັນຜູ້ປົກປັກຮັກສາ ແລະ ນຳໃຊ້ຕາມລະບຽບຫລັກການ, ໂດຍການເຂົ້າຮ່ວມຂອງທ່ານ ພັທ ວົງຄຳ ອິນທະບານ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີບັນດາຫົວໜ້າຫ້ອງ, ຄະນະກອງບັນຊາການ ປກສ ນະຄອນ ແລະ ພະແນກອ້ອມຂ້າງ ເຂົ້າຮ່ວມ.

ທ່ານ ພັທ ຄຳສະໄໝ ສິດທິຊົນ ຫົວໜ້າຫ້ອງພະລາທິການ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ລາຍງານວ່າ: ການກໍ່ສ້າງອາຄານກັກຂັງຊົ່ວຄາວ ຂອງກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ປະກອບມີ ອາຄານ 1 ຫລັງ, ຂະໜາດ 20×60 ແມັດ, ມີ 3 ຫ້ອງຂັງ ລວມມູນຄ່າການກໍ່ສ້າງທັງໝົດ 505.000.000 ກີບ, ເຊິ່ງເປັນທຶນຊ່ວຍເຫລືອຈາກ ກະຊວງປ້ອງກັນຄວາມສະຫງົບ 410.000.000 ກີບ ແລະ ທຶນກອງບັນຊາການ ປກສ ແຂວງສະຫວັນນະເຂດ 95.000.000 ກີບ, ເລີ່ມກໍ່ສ້າງມາແຕ່ວັນທີ 5 ພຶດສະພາ 2022 ຫາ ວັນທີ 26 ຕຸລາ 2022 ຈຶ່ງສຳເລັດ.

ໂຄງການກໍ່ສ້າງອາຄານກັກຂັງຊົ່ວຄາວ ປກສ ນະຄອນໄກສອນພົມວິຫານ ແມ່ນໂຄງການໜຶ່ງທີ່ມີຄວາມສຳຄັນ ເຊິ່ງສະແດງໃຫ້ເຫັນເຖິງຄວາມໃກ້ຊິດຕິດແທດ-ຄວາມເອົາໃຈໃສ່ຂອງຂັ້ນເທິງຕໍ່ວຽກງານວິຊາສະເພາະ ເນື່ອງໃນການຈັດຕັ້ງຜັນຂະຫຍາຍການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ.