ສປ ຈີນ ເລັ່ງອະນຸລັກນ້ຳ-ປ້ອງກັນດິນເຈື່ອນ ຊຸກຍູ້ລະບົບນິເວດຍຸກໃໝ່

ສຳນັກຂ່າວຕ່າງປະເທດລາຍງານວ່າ:  ສປ ຈີນ ຈະ​​ເສີມສ້າງ​ການ​ອະນຸລັກ​ນ້ຳ ​ແລະ ປ້ອງ​ກັນດິນ​ເຈື່ອນເພື່ອ​ຊຸກຍູ້​ ການ​ສ້າງ​ລະບົບນິ​ເວດໃນ​ຍຸກ​ໃໝ່ພ້ອມ​ທັງ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ກ່ຽວ​ກັບ​ເປົ້າ​ໝາຍ​ສ້າງ​ຄວາມ​ເຂັ້ມ​ແຂງ ໃຫ້​ແກ່​ ການ​ອະ​ນຸ​ລັກ​ນ້ຳ ແລະ ​ດິນ​​ ໃນ​ປີ 2025 ແລະ 2035. ຮອດ​ປີ 2025, ຈີນ​ ຈະ​ຕັ້ງ​ເປົ້າ​ໝາຍປັບປຸງ​ກົນ​ໄກ​ ແລະ​ ລະບົບ ​ສະ​ຖາ​ບັນການ​ອະນຸລັກ​ດິນ ​ແລະ ​ນ້ຳ ເພີ່ມປະສິດທິພາບການຄຸ້ມຄອງ​ ແລະ​ ຄວບ​ຄຸມ​ການ​ເຊາະ​ເຈື່ອນ​ ຂອງ​ດິນ​ທີ່​ເກີດ​ຈາກ​ກິດ​ຈະກຳ​ຂອງ​ມະນຸດ​ ໃນ​ຂົງ​ເຂດ​ສຳຄັນໂດຍ 73% ຂອງ​ຊາຍ​ແດນ ​ຂອງ​ສປ ຈີນ ​ຈະ​ບໍ່​ມີ​ ການ​ເຊາະ​ເຈື່ອນ​ຂອງ​ດິນ ​ໃນ​​ໄລຍະ​ເວ​ລາ ດັ່ງກ່າວ. ສຳລັບ ພາຍ​ໃນ 2035, ຈີນ​ ຈະ​ກໍ່ສ້າງລະບົບ​ອະນຸລັກ​ນ້ຳ ​ແລະ​ ດິນ​ ຢ່າງ​ເປັນ​ລະບົບ, ກົມກຽວ​ກັນ ​ແລະ ​ມີ​ປະສິດທິ​ຜົນ.ພ້ອມ​ເດີນ​ໜ້າຄວບ​ຄຸມ​ການ​ເຊາະ​ເຈື່ອນ ​ຂອງ​ດິນ​ທີ່​ເກີດ​ຈາກ​ ຝີ​ມື​ຂອງ​ມະນຸດ ​ຢ່າງ​ເຕັມກຳລັງ. ສຳລັບ ການ​ຄຸ້ມ​ຄອງ​ການ​ເຊາະ​ເຈື່ອນ​ຂອງ​ດິນ ບໍລິ​ເວນ ​ພື້ນ​ທີ່ ສຳຄັນກວມເອົາ 75% ຂອງ​ເຂດ​ແດນ ​ທັງ​ໝົດ ພາຍ​ໃນ​ໄລຍະ​ເວລາ ​ທີ່​ກຳນົດ​ໄວ້