UN ກຽມເຂົ້າເຈລະຈານໍາຕາລີບັນ ບັນຫາຫ້າມຜູ້ຍິງເຮັດວຽກນຳ NGO

ສະພາຄວາມໝັ້ນຄົງແຫງສະຫະປະຊາຊາດ (UNSC) ກຽມຈັດກອງປະຊຸມພາຍໃນໃນອາທິດໜ້າ ເພື່ອຫາລືກ່ຽວກັບກໍລະນີລັດຖະບານຕາລີບັນຂອງອັບການິດສະຖານສັ່ງຫ້າມຜູ້ຍິງບໍ່ໃຫ້ເຮັດວຽກໃນດ້ານການຊ່ວຍເຫລືອທາງມະນຸດສະທຳ.

ສະຫະລັດອາຣັບເອມິເຣດ ກ່າວວ່າ: ສະຫະລັດອາຣັບເອມິເຣດ ແລະ ຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ມີກອງປະຊຸມແບບປິດໃນວັນທີ 13 ມັງກອນນີ້.

ສໍານັກຂ່າວຣອຍເຕີລາຍງານວ່າ: ລັດຖະບານຕາລີບັນໄດ້ປະກາດຫ້າມບໍ່ໃຫ້ຜູ້ຍິງເຮັດວຽກດ້ານການຊ່ວຍເຫລືອທາງມະນຸດສະທຳໃນວັນທີ 24 ທັນວາ 2022 ບໍ່ດົນຫລັງຈາກປະກາດຫ້າມບໍ່ໃຫ້ຜູ້ຍິງເຂົ້າຮຽນໃນມະຫາວິທະຍາໄລ, ສ່ວນເດັກນ້ອຍຜູ້ຍິງຖືກຫ້າມບໍ່ໃຫ້ເຂົ້າຮຽນໃນຊັ້ນມັດທະຍົມສຶກສາຕອນປາຍ ນັບແຕ່ເດືອນມີນາ 2022.

ທ່ານ ມາຕິນ ກຣິບຟິສ ເລຂາທິການໃຫຍ່ດ້ານກິດຈະການມະນຸດສະທໍາຂອງສະຫະປະຊາຊາດ (UN) ມີກໍານົດເດີນທາງຢ້ຽມຢາມອັບການິດສະຖານໃນມໍ່ໆນີ້ ເພື່ອເຂົ້າພົບເຈົ້າໜ້າທີ່ຈາກກຸ່ມຕາລີບັນ.

ທັງນີ້, ອົງການດ້ານມະນຸດສະທໍາລະດັບໂລກຢ່າງໜ້ອຍ 4 ກຸ່ມໄດ້ໂຈະການປະຕິບັດພາລະກິດໃນອັບການິດສະຖານ ໂດຍລະບຸເຫດຜົນວ່າບໍ່ສາມາດດໍາເນີນງານໄດ້ໂດຍບໍ່ມີເຈົ້າໜ້າທີ່ທີ່ເປັນຜູ້ຍິງ.

UN ເປີດເຜີຍວ່າ: ປະຊາກອນອັບການິດສະຖານ 97% ມີສະພາບການເປັນຢູ່ທີ່ທຸກຍາກ ໂດຍ 2 ໃນ 3 ຂອງຈໍານວນປະຊາຊົນຈໍາເປັນຕ້ອງໄດ້ຮັບການຊ່ວຍເຫລືອເພື່ອການຢູ່ລອດ, ຂະນະທີ່ປະຊາກອນ 20 ລ້ານຄົນ ຜະເຊີນຄວາມອຶດຫິວຢ່າງຮຸນແຮງ.