ຜູ້ນຳ IMF ເຕືອນປີ 2023 ເສດຖະກິດໂລກຈະປະເຊີນ “ຄວາມຍາກລຳບາກ” ເພີ່ມຂຶ້ນ

ຜູ້ນໍາ IMF ເຕືອນວ່າປີ 2023 ຈະເປັນປີທີ່ຍາກລໍາບາກສໍາລັບເສດຖະກິດໂລກ ເນື່ອງຈາກປະເທດທີ່ເປັນຜູ້ຂັບເຄື່ອນການເຕີບໃຫຍ່ສຳຄັນ ໄດ້ແກ່ ອາເມລິກາ, ເອີຣົບ ແລະ ຈີນ ກໍາລັງປະສົບບັນຫາ.
ທ່ານ ນາງ ຄຣິສຕາລິນາ ຈໍເຈຍວາ ກໍາມະການຜູ້ຈັດການກອງທຶນການເງິນສາກົນ (IMF) ເປີດເຜີຍໃນລາຍການ “Face the Nation” ຂອງຊ່ອງ CBS ໃນວັນທີ 1 ມັງກອນຜ່ານມາວ່າ: ປີ 2023 ອາດຈະເປັນປີທີ່ລຳບາກກວ່າປີຜ່ານມາ ເພາະ 3 ກຸ່ມປະເທດເສດຖະກິດໃຫຍ່ ຄືອາເມລິກາ, ສະຫະພາບເອີຣົບ ແລະ ຈີນ ຕ່າງກໍຂະຫຍາຍຕົວຊ້າພ້ອມກັນ.
ທັງນີ້, ໃນເດືອນຕຸລາ IMF ໄດ້ຫລຸດຄາດຄະເນການເຕີບໃຫຍ່ຂອງເສດຖະກິດໂລກໃນປີ 2023 ໄປແລ້ວໜຶ່ງຄັ້ງ ເນື່ອງຈາກຄວາມເຄັ່ງຕຶງຢ່າງຕໍ່ເນື່ອງຈາກສົງຄາມໃນຢູເຄຣນ ຕະຫລອດຈົນແຮງກົດດັນດ້ານເງິນເຟີ້ ແລະ ອັດຕາດອກເບ້ຍທີ່ສູງຂຶ້ນ.
ແຕ່ຫລັງຈາກນັ້ນໄດ້ເກີດການປ່ຽນແປງຄັ້ງໃຫຍ່ຕໍ່ເສດຖະກິດໂລກອີກ ຄືຈີນເລີ່ມຍົກເລີກນະໂຍບາຍໂຄວິດເປັນສູນ ແລະ ເປີດເສດຖະກິດ ໂດຍນາງ ຈໍເຈຍວາ ລະບຸວ່າ: ປີ 2022 ຖືເປັນຄັ້ງທຳອິດໃນຮອບ 40 ປີທີ່ການເຕີບໃຫຍ່ຂອງຈີນມີທ່າອ່ຽງຈະເທົ່າກັບ ຫລື ຕໍ່າກວ່າການເຕີບໃຫຍ່ຂອງ GDP ທົ່ວໂລກ.
ພາຍໃຕ້ການຄາດຄະເນໃນເດືອນຕຸລາ, IMF ປະເມີນວ່າ: GDP ຈີນໃນປີ 2022 ອາດຈະເຕີບໃຫຍ່ 3,2% ເຊິ່ງທຽບເທົ່າທ່າອ່ຽງການຂະຫຍາຍຕົວຂອງເສດຖະກິດໂລກໃນປີດຽວກັນ ກ່ອນຈະຂະຫຍາຍຕົວເລັ່ງເປັນ 4,4% ໃນປີ 2023. ຂະນະທີ່ເສດຖະກິດທົ່ວໂລກອາດຈະຂະຫຍາຍຕົວຊ້າລົງອີກ.
ໂດຍຄວາມຄິດເຫັນຫລ້າສຸດຂອງນາງ ຈໍເຈຍວາ ອາດບົ່ງຊີ້ວ່າ: IMF ອາດຫລຸດທ່າອ່ຽງການເຕີບໃຫຍ່ທາງເສດຖະກິດຂອງຈີນ ແລະ ທົ່ວໂລກໃນທ້າຍເດືອນນີ້ ລະຫວ່າງກອງປະຊຸມ World Economic Forum ຢູ່ເມືອງດາວອດ ປະເທດສະວິດ.
ຂະນະດຽວກັນນາງ ຈໍເຈຍວາ ກ່າວອີກວ່າ: ເສດຖະກິດອາເມລິກາມີການຫົດຢືດຫລາຍທີ່ສຸດ ແລະ ອາດຫລີກລ່ຽງສະພາບເສດຖະກິດຫລຸດຖອຍໄດ້ ເນື່ອງຈາກເບິ່ງວ່າຕະຫລາດແຮງງານຍັງແຂງແຮງ. ເຖິງຢ່າງໃດກໍຕາມ, ຖ້າຕະຫລາດແຮງງານຍັງແຂງແຮງ Fed ອາດຕ້ອງຮັກສາອັດຕາດອກເບ້ຍໃນລະດັບສູງດົນຂຶ້ນ ເພື່ອເຮັດໃຫ້ອັດຕາເງິນເຟີ້ຫລຸດລົງ.
ປີຜ່ານມາ, Fed ໄດ້ເຂັ້ມງວດນະໂຍບາຍການເງິນຫລາຍທີ່ສຸດນັບແຕ່ປີ 1980 ໂດຍໄດ້ປັບຂຶ້ນອັດຕາດອກເບ້ຍຈາກລະດັບໃກ້ສູນໃນເດືອນມີນາ ມາຢູ່ 4,25-4,50%.
ນອກຈາກນີ້, ໃນເດືອນຜ່ານມາ ເຈົ້າໜ້າທີ່ Fed ຄາດຄະເນວ່າອັດຕາດອກເບ້ຍອາດສູງເຖິງ 5% ໃນປີ 2023 ເຊິ່ງເປັນລະດັບທີ່ບໍ່ເຄີຍເຫັນມາກ່ອນນັບແຕ່ປີ 2007.
ທັງນີ້, ຕະຫລາດວຽກໃນອາເມລິກາຖືເປັນຈຸດສົນໃຈຕົ້ນຕໍສໍາລັບເຈົ້າໜ້າທີ່ Fed ທີ່ຕ້ອງການເຫັນຄວາມຕ້ອງການແຮງງານຫລຸດລົງ ເພື່ອຊ່ວຍຫລຸດແຮງກົດດັນດ້ານລາຄາ.
ອ້າງອີງ:
https://www.reuters.com/markets/tough-year-ahead-global-economy-imfs-georgieva-warns-2023-01-01/

