ເກີດເຫດເຮລິຄອບເຕີ 2 ລຳຕຳກັນກາງອາກາດ ໃນອົດສະຕຣາລີ ມີຜູ້ເສຍຊີວິດ 4 ຄົນ

ວັນທີ 2 ມັງກອນ, ເກີດເຫດເຮລິຄອບເຕີ 2 ລໍາຕໍາກັນກາງອາກາດໃກ້ກັບສວນສັດທະເລ Sea World ຢູ່ເມືອງໂກລໂຄສຂອງອົດສະຕຣາລີ ໂດຍຮູບພາບຈາກສື່ຕ່າງປະເທດເຜີຍໃຫ້ເຫັນຊາກເຮລິຄອບເຕີທີ່ເປ່ເພເສຍຫາຍກອງຢູ່ເທິງດິນຊາຍ ແລະ ມີຜູ້ເສຍຊີວິດຈາກອຸບັດເຫດຄັ້ງນີ້ 4 ຄົນ.
ເຈົ້າໜ້າທີ່ຕໍາຫລວດເປີດເຜີຍວ່າ: ເຮລິຄອບເຕີທັງ 2 ລໍາຕໍາກັນກາງອາກາດ ໂດຍລໍາໜຶ່ງໄດ້ຕົກລົງພື້ນຈົນພິກຂວ້ຳ, ຂະນະທີ່ຊິ້ນສ່ວນ ແລະ ໃບພັດຫລຸດກະແຈກກະຈາຍ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບສາຫັດ 3 ຄົນ, ສ່ວນອີກລໍາໜຶ່ງສາມາດຮັກສາເຄື່ອງລົງມາຈອດໃກ້ກັບ Sea World ໄດ້, ແຕ່ແວ່ນບັງລົມທາງໜ້າຫລຸດ ເຮັດໃຫ້ຜູ້ໂດຍສານທັງໝົດໄດ້ຮັບບາດເຈັບເລັກໜ້ອຍຈາກເສດແກ້ວແວ່ນບາດ.
ວາ ຕົວລາ (Va Tuala) ເຊິ່ງເປັນຜູ້ເຫັນເຫດການເປີດເຜີຍຕໍ່ສໍານັກຂ່າວ Guardian Australia ວ່າ: ເວລາເກີດເຫດໄດ້ຍິນສຽງດັງແຮງຄືຟ້າຜ່າ ແລະ ເມື່ອແນມໄປຕາມສຽງກໍເຫັນເຮລິຄອບເຕີ 2 ລໍາຕຳກັນກາງອາກາດ ຈາກນັ້ນເຮລິຄອບເຕີກໍເສຍການຄວບຄຸມ ມີລໍາໜຶ່ງທີ່ໝຸນຕົກລົງມາ ສ່ວນອີກລໍາໜຶ່ງລົງຈອດໄດ້ສຳເລັດ. ຈາກນັ້ນຜູ້ໂດຍສານຈາກເຮລິຄອບເຕີລໍາດັ່ງກ່າວຟ້າວແລ່ນໄປຊ່ວຍເຮລິຄອບບເຕີລໍາທີ່ຕົກລົງພື້ນ ກ່ອນຝູງຊົນທີ່ເຫັນເຫດການຈະແລ່ນເຂົ້າໄປຊ່ວຍຜູ້ປະສົບເຫດ.
ເບື້ອງຕົ້ນເຈົ້າໜ້າທີ່ສັນນິຖານວ່າ: ເຫດການເຮລິຄອບເຕີຕໍາກັນອາດເກີດຂຶ້ນເພາະລໍາໜຶ່ງກໍາລັງຈະບິນຂຶ້ນ, ຂະນະທີ່ອີກລໍາໜຶ່ງກໍາລັງກຽມລົງຈອດໃນຈັງຫວະທີ່ໃກ້ຄຽງກັນ, ແຕ່ປັດຈຸບັນຍັງຢູ່ລະຫວ່າງການສອບສວນຫາສາເຫດທີ່ແນ່ນອນ ເຊິ່ງທາງການໄດ້ຂໍການຮ່ວມມືປະຊາຊົນທີ່ເຫັນເຫດການ ຫລື ບັນທຶກວິດີໂອໄວ້ໃຫ້ສົ່ງຫລັກຖານຕໍ່ເຈົ້າໜ້າທີ່ເພື່ອກວດສອບຂໍ້ມູນຄວາມຈິງຕໍ່ໄປ.
ອ້າງອີງ:

