ບາເຊໂລນາ ສົນໃຈ ຈໍຈິນໂຢ ຫລັງໃກ້ຫມົດສັນຍາກັບ ເຊລຊີ

Sport ສື່ໃນສະເປນລາຍງານວ່າ ບາເຊໂລນາ ສະໂມສອນດັງຂອງ ລາ ລີກາ ສະເປນ ກັບມາໃຫ້ຄວາມສົນໃຈທີ່ຈະຄວ້າຕົວ ຈໍຈິນໂຢ ກອງກາງທີມຊາດອິຕາລີ ຊຸດແຊ໊ມຢູໂຣ 2020 ມາເສີມຄວາມແຂງແກ່ນ ໃນແດນກາງໃຫ້ກັບພວກເຂົາອີກເທື່ອຫນຶ່ງ.
ລາຍງານລະບຸວ່າ ກ່ອນໜ້ານີ້ ບາເຊໂລນາ ເຄີຍມີຂ່າວໃຫ້ຄວາມສົນໃຈນັກເຕະລາຍນີ້ມາແລ້ວ ກ່ອນທີ່ຫລ້າສຸດຈະມີການເປີດເຜີຍວ່າພວກເຂົາ ຍັງຄົງໃຫ້ຄວາມສົນໃຈກອງກາງຈາກສະໂມສອນເຊລຊີ ທີມດັງໃນພຣີເມຍ ລີກ ອັງກິດ ເນື່ອງຈາກລາວພວມຈະຫມົດສັນຍາໃນຖິ່ນສະແຕຟອດ ບຣິດ ເມື່ອຈົບລະດູການນີ້ ແລະ ອາດຕັດສິນໃຈຍ້າຍທີມເພື່ອຫາສະໂມສອນໃຫມ່.
ໂດຍມີການເປີດເຜີຍວ່າ ຊາບີ ເຮີນານເດສ ຜູ້ຈັດການຂອງບາເຊໂລນາ ພວມເບິ່ງຫານັກເຕະທີ່ຈະເຂົ້າມາສານຕໍ່ກອງກາງປະສົບການຫລາຍ ເຊີຄີໂອ ບຸສເກດ ທີ່ເລີ່ມອາຍຸຫລາຍຂຶ້ນ ແລະ ຄິດວ່າຈໍຈິນໂຢ ເປັນອີກຫນຶ່ງໃນຕົວເລືອກທີ່ຫນ້າສົນໃຈສຳລັບພວກເຂົາ.
ຂະນະດຽວກັນມີການເປີດເຜີຍວ່າທີມດັງຈາກແຄວ້ນກາຕາລັນ ພ້ອມທີ່ຈະປ່ອຍຕົວ ເຟຣັນ ຕໍເຣສ ປີກຊາວສະເປນອອກຈາກທີມ ຫາກໄດ້ຮັບຂໍ້ສະເໜີ ທີ່ເຫມາະສົມ ເຖິງວ່າລາວຈະຫາກໍຍ້າຍຈາກແມນຊິຕີ ມາຢູ່ກັບ ບາເຊໂລນາ ເມື່ອລະດູການທີ່ຜ່ານມາ ດ້ວຍຄ່າຕົວ 55 ລ້ານຢູໂຣ.
ແນວໃດກໍຕາມເບິ່ງວ່າລາວຈະບໍ່ສາມາດໂຊຟອມເກ່ັງໃຫ້ບາເຊໂລນາ ໄດ້ເຫມືອນກັບຕອນຫລິ້ນໃນຖິ່ນເອຕິຮັດ ເຮັດໃຫ້ທີມບາເຊໂລນາພ້ອມຕອບຮັບ ຂໍ້ສະເໜີທີ່ຈະປ່ອຍລາວອອກຈາກທີມ ຫາກສະໂມສອນໃດພ້ອມຈ່າຍຄ່າຕົວໃນລາຄາ 50 ລ້ານຢູໂຣ.

