ຄຳມ່ວນອອກມາດຕະການຫ້າມນຳໃຊ້ງົບປະມານລັດຈັດງານລ້ຽງສັງສັນ ແລະ ຊື້ຂອງຂວັນ ປີໃໝ່ສາກົນ ໂດຍເດັດຂາດ

ວັນທີ 29 ທັນວາ 2022 ຜ່ານມານີ້ ຫ້ອງວ່າການແຂວງ ຄຳມ່ວນ ອອກແຈ້ງການ ກ່ຽວກັບການຈັດງານສະເຫຼີມ ສະຫຼອງ ສົ່ງ ທ້າຍປີເກົ່າ ຄສ 2022, ຕ້ອນຮັບປີໃໝ່ ຄສ 2023 ແລະ ປີໃໝ່ຫວຽດນາມ 2023 ດັ່ງນີ້:
- ວັນພັກຊົດເຊີຍທາງລັດຖະການ ປີໃໝ່ສາກົນ ປີ 2023 ແມ່ນໃຫ້ປະຕິບັດຕາມແຈ້ງການຂອງຫ້ອງ ວ່າການແຂວງ ສະບັບເລກທີ 718/ຫວຂ, ລົງວັນທີ 15 ທັນວາ 2022. (ກໍານົດເອົາວັນຈັນ, ວັນທີ 2 ມັງກອນ 2023 ເປັນວັນພັກຊົດເຊີຍທາງລັດຖະການ).
- ເພື່ອປັນການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍຂອງພັກ-ລັດ, ທັງເປັນການຫຼຸດຜ່ອນການໃຊ້ຈ່າຍບໍລິຫານທີ່ບໍ່ຈໍາເປັນ. ສະນັ້ນ ໃນໂອກາດສົ່ງທ້າຍປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023 ທີ່ຈະມາເຖິງນີ້ ຫ້າມບໍ່ໃຫ້ນໍາໃຊ້ງົບປະມານຂອງລັດເຂົ້າໃນການຈັດງານລ້ຽງງານສັງສັນ, ຈັດຊື້ກະຕ່າຂອງຂວັນ, ກະຕ່າດອກໄມ້ ແລະ ອື່ນໆ ເຂົ້າອວຍພອນການນໍາ ຂອງແຂວງ, ຂອງເມືອງ ແລະ ບັນດາແນກການອົງການຕ່າງໆ ອ້ອມຂ້າງແຂວງ.
- ໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຊຸກຍູ້ການຜະລິດເຄື່ອງອຸປະໂພກ-ບໍລິໂພກ ເພື່ອຕອບສະຫນອງຄວາມຕ້ອງການຂອງສັງຄົມ ໃຫ້ພຽງພໍ, ພ້ອມທັງຕິດຕາມກວດກາຄຸ້ມຄອງລາຄາສິນຄ້າອຸປະໂພກບໍລິໂພກຕາມທ້ອງຕະຫຼາດຢ່າງເຂັ້ມງວດເພື່ອປ້ອງກັນແກ້ໄຂບັນຫາການສວຍໂອກາດຂຶ້ນລາຄາສິນຄ້າຕາມລາຄາຕາມລໍາພັງທີ່ເປັນການເອົາປຽບປະຊາຊົນ.
– ເອົາໃຈໃສ່ຕິດຕາມ ກວດກາ ການນໍາເຂົ້າ, ຈໍາໜ່າຍ, ຄອບຄອງ, ນໍາໃຊ້ ແລະ ຈູດບັ້ງກະໂພກ, ດອກໄມ້ໄຟໂຄມໄຟ ລອຍຟ້າ ເຊິ່ງຈະສົ່ງສຽງນອງນັນ, ເຮັດໃຫ້ສັງຄົມແຕກຕື່ນ ແລະ ຈະພາໃຫ້ເກີດອັກຄີໄພ ສ້າງຜົນເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງລັດ ແລະ ປະຊາຊົນ. ກໍລະນີມີການລະເມີດ ໃຫ້ເຈົ້າຫນ້າທີ່ດໍາເນີນມາດຕະການຕາມລະບຽບກົດໝາຍຢ່າງເຂັ້ມງວດ.
- ໃຫ້ກອງບັນຊາການ ປກສ ແຂວງ ສົມທົບ ກັບ ປກສ ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ ກວດກາ, ລາດຕະເວນ ແລະ ຮັກສາຄວາມມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ.
- ພາຍຫລັງສໍາເລັດການສະເຫຼີມ ສະຫຼອງແລ້ວໃຫ້ຂະແຫນງກ່ຽວຂ້ອງ ແລະ ບັນດາເມືອງສະຫຼຸບລາຍງານຜົນ ການຈັດຕັ້ງປະຕິບັດມາຍັງການນໍາແຂວງຮັບຊາບໃນເວລາອັນຄວນ.
ດັ່ງນັ້ນ, ຫ້ອງວ່າການແຂວງ ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຮັບຊາບ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

