ເຊລຊີ ເລ່ັງເຈລະຈາຄວ້າ ເອັນໂຊ ເຟີນານເດສ ຈາກເບນຟີກາ ຄ່າຕົວ 120 ລ້ານຢູໂຣ

ເຊລຊີ ເປີດສາກເຈລະຈາກັບ ເບນຟີກາ ໃນການເຊັນສັນຍາຊື້ ເອັນໂຊ ເຟີນານເດສ ກອງກາງທີມຊາດອາເຈນຕີນາມາຮ່ວມທີມ ຂະນະທີ່ ເບນຟີກາ ຕ້ອງການຄ່າຕົວ 120 ລ້ານຢູໂຣ.
ໂດຍ ເຟີນານເດສ ໂຊຟອມໄດ້ຢ່າງໜ້າປະທັບໃຈໃນການແຂ່ງຂັນບານໂລກ 2022 ທີ່ຜ່ານມາ ຫລັງມີສ່ວນສຳຄັນໃນການພາອາເຈນຕີນາ ຄວ້າແຊ໊ມບານໂລກ ສະໄຫມທີ 3 ພ້ອມໄດ້ລາງວັນດາວຮຸ່ງດີເດ່ັນປະຈຳລາຍການນຳອີກ.
ຈາກຜົນງານທີ່ເກີດຂຶ້ນເຮັດໃຫ້ດາວເຕະອາຍຸ 21 ປີລາຍນີ້ ມີຂ່າວເຊື່ອມໂຍມກັບບັນດາທີມໃຫຍ່ຂອງຢູໂຣບ ທັງ ແມນເຊສເຕີ ຢູໄນເຕັດ, ລີເວີພູລ, ເຊລຊີ ແລະ ຣຽວ ມາດຣິດ.
ແນວໃດກໍຕາມ ກ່ອນໜ້ານີ້ ເບນຟີກາ ອອກຖະແຫລງວ່າ ບໍ່ຕ້ອງການຂາຍ ເຟີນານເດສ ອອກຈາກທີມໃນຕະຫລາດໜ້າໜາວ ເນື່ອງຈາກຢາກເກັບໄວ້ໃຊ້ງານຈົນຈົບລະດູການ.
ແຕ່ຫລ້າສຸດ ຟາບຣີຊີໂອ ໂຣມາໂນ ນັກຂ່າວຄົນດັງເປີດເຜີຍວ່າ ເຊລຊີ ໄດ້ເລີ່ມເຈລະຈາໃນການດຶງ ເຟີນານເດສ ມາຮ່ວມທີມ ໂດຍພວກເຂົາພ້ອມຈ່າຍຂໍ້ສະເໜີຈຳນວນມະຫາສານໃນການຊື້ຂາຍນີ້ ແຕ່ບໍ່ແມ່ນຄ່າຈີກສັນຍາຈຳນວນ 120 ລ້ານຢູໂຣ.
ຂະນະທີ່ນັກເຕະກໍໄດ້ຕອບຕົກລົງໃນການຍ້າຍມາເຊລຊີແລ້ວ.
ທັງນີ້ ແມນເຊສເຕີ ຢູໄນເຕັດ ແລະ ລີເວີພູລ ເຊິ່ງມີຂ່າວກັບ ເຟີນານເດສ ເຊັ່ນດຽວກັນ ຍັງບໍ່ມີການຍື່ນຂໍ້ສະເໜີໃຫ້ກັບ ເບນຟີກາ ແຕ່ຢ່າງໃດ.

