ແພດຊ່ວຍຊີວິດຍິງສາວທີ່ຖືກໄຟເຜົາມີຊີວິດໃໝ່

ນາງ ດານ່າ ວໍລິນ Dana Vulin ອາຍຸ 31 ປີ ຢູ່ເມືອງ ເພີຣ(Perth)ປະເທດອົດສະ ຕຣາລີ (Australia) ໄດ້ຖືກໄຟ ເຜົາໄໝ້ທົ່ວຮ່າງກາຍ ໃນເດືອນ ກຸມພາປີ 2012 ຜ່ານມາ ຈົນ ໄດ້ເຂົ້າຫ້ອງຜ່າຕັດຕັ້ງ 200 ກວ່າເທື່ອ.
+ ແພດຊ່ວຍຄົນຕາຍທັງເປັນກັບມາມີຊີວິດໃໝ່ອີກ
+ ການແພດໄປໄກແທ້ໆ ສາມາດຮັກສາມືທີ່ໝຸ່ນຂາດແບບນີ້ກໍ່ໄດ້
+ ໜັງປາສາມາດຮັກສາບາດນ້ຳຮ້ອນລວກ ແລະ ໄຟໄໝ້ຄືນສູ່ປົກກະຕິໄດ້ໂດຍໄວ
ຄົນທີ່ຈູດໄຟເຜົາລາວກໍຄື ນາງ Natalie Dimitrovska ຍ້ອນຄວາມຫຶງຫວງທີ່ເຫັນຜົວ ຂອງຕົນໄປລົມກັບ ນາງ ໃນງານ ປາຕີ້ແຫ່ງໜຶ່ງ.
ນາງ Dana ໄດ້ເລົ່າເຖິງ ເຫດການທີ່ໂຫດຮ້າຍດັ່ງກ່າວວ່າ: ນາງ Natalie Dimitrovska ໄດ້ຍາງເຂົ້າມາຫາລາວແລ້ວຕົບໜ້າພ້ອມກັບທຳຮ້າຍຮ່າງກາຍ, ຫລັງຈາກນັ້ນກໍ່ເປີດຝາແກ້ວ “ເມທິຣແອວກໍຮໍ” ລາດລົງໃສ່ ຕົວຂອງລາວແລ້ວເອົາໄຟຈູດ ຢ່າງໂຫດຮ້າຍ.
ໄຟໄດ້ໄໝ້ລຸກລາມໄປທົ່ວ ບໍລິເວນຮ່າງກາຍຂອງລາວນັບ ແຕ່ຫົວ,ໃບໜ້າລົງມາຫາບ່າ ໄຫລ່ ຈົນຮອດທ້ອງ, ຫລັງຈາກນັ້ນ ລາວກໍລົ້ມລົງ ແລະ ກິ້ງໄປທົ່ວ ພື້ນເພື່ອຫວັງໃຫ້ໄຟດັບແຕ່ ຄວາມເຈັບປວດໄດ້ລາມໄປທົ່ວ ຮ່າງກາຍ ແລະ ໃນຂະນະນັ້ນ ກໍໄດ້ຍິນສຽງຫົວຂອງນາງ Natalie ກັບສາມີເຂົາຢູ່.
Denis Ericson ຊາຍທີ່ ມາຊ່ວຍເຫລືອພ້ອມກັບພາ ລາວ ໄປໂຮງໝໍຄອຍເຝົ້າ ໃນເວລາ ທີ່ມີອາການເຈັບສາຫັດນັ້ນເປັນ ເວລາ 2 ວັນ.
ຫລັງຈາກເຫດການ ໄຟ ລວກດັ່ງກ່າວ ນາງ ຕ້ອງໄດ້ ຮັບ ການຜ່າຕັດເຖິງ 200 ກວ່າເທື່ອ ເພາະວ່າ ແຜໄຟໄໝ້ໄດ້ລຸກລາມ ໄປຫລາຍເຖິງ 2 ສ່ວນ 3 ຂອງ ຮ່າງກາຍລາວ, ຕ້ອງໃສ່ໜ້າ ກາກເພື່ອຊ່ວຍຮັກສາແຜໜ້າ ທີ່ເປັນຕາຢ້ານ ແລະ ຕ້ອງໃຊ້ ເວລາ ໃນການຮັກສາອາການ ປະມານ 2 ປີເຄິ່ງ.
ສ່ວນ ນາງ Natalie Dimitrovska ໄດ້ຖືກຕັດສິນຈຳ ຄຸກ 17 ປີ. ຈາກການກະທຳທີ່ບໍ່ ຄາດຄິດ, ແຕ່ມັນບໍ່ພຽງພໍທີ່ ຈະຊົດໃຊ້ກັບຮອຍແຜທີ່ຕິດຕົວ ນາງໄປຕະຫລອດຊີວິດນັ້ນໄດ້.

