ເກີດເຫດໄຟໄໝ້ ອຸໂມງທາງດ່ວນ ເກົາຫລີໃຕ້ ເສຍຊີວິດຢ່າງໜ້ອຍ 5 ຄົນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 29 ທັນວາ 2022 ນີ້, ເກີດເຫດໄຟໄໝ້ຄັ້ງຮຸນແຮງພາຍໃນອຸໂມງທາງດ່ວນ ທີ່ເມືອງກວາຊອນ ຂອງເກົາຫລີໃຕ້ ໂດຍໄຟເລີ່ມລຸກໄໝ້ ຫລັງຈາກທີ່ເກີດອຸບັດເຫດລົດໂດຍສານຕຳກັບລົດບັນທຸກ ກ່ອນທີ່ໄຟຈະລຸກລາມ ແລະ ມີລົດຕິດຢູ່ພາຍໃນຈຳນວນຫລາຍ ເບື້ອງຕົ້ນມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ ແລະ ບາດເຈັບ ຢ່າງໜ້ອຍ 29 ຄົນ ໂດຍຄາດວ່າອາດຈະມີຜູ້ເສຍຊີິວິດເພີ່ມອີກ ເນື່ອງຈາກຜູ້ບາດເຈັບບາງຄົນມີອາການບາດເຈັບສາຫັດ

