ອິນເດຍ ສະເໜີຕົວເຈົ້າພາບຈັດ ໂອລິມປິກ 2036 ເລັງ ຄຸຊຣາດ ເມືອງຫລັກ

ອິນເດຍ ປະກາດເອົາແທ້ໃນການສະເໜີຕົວເປັນເຈົ້າພາບຈັດການແຂ່ງຂັນກິລາ ໂອລິມປິກ ແລະ ພາຣາລິມປິກ ເກມ ໃນປີ 2036 ໂດຍການຢືນຢັນຂອງ ອານູຣັກ ທາກູ ລັດຖະມົນຕີກິລາແດນພາລະຕະ.
ອິນເດຍ ປະເທດເຊິ່ງມີປະຊາການຫລາຍທີ່ສຸດອັນດັບ 2 ຂອງໂລກ ເຄີຍເປັນເຈົ້າພາບຈັດການແຂ່ງຂັນກິລາເອຊຽນເກມ 1951 ແລະ 1982 ແລະ ກິລາເຄືອ ຈັກກະພົບ ຫລື ຄອມມອນເວລເກມ ໃນປີ 2010 ມາແລ້ວ ເຊິ່ງລັດຖະມົນຕີກິລາລະບຸວ່າປີ 2036 ເປັນເວລາທີ່ເຫມາະສົມທີ່ ອິນເດຍ ຈະເປັນເຈົ້າພາບລາຍ ໃຫຍ່ເຊັ່ນໂອລິມປິກເກມ.
“ ອິນເດຍ ໄດ້ຮັບຄວາມສົນໃຈໃນທຸກໆພາກສ່ວນ ຕັ້ງແຕ່ພາກການຜະລິດໄປເຖິງພາກບໍລິການ ແລ້ວເປັນຫຍັງເຮົາຈະເປັນເຈົ້າພາບຈັດການແຂ່ງຂັນບໍ່ໄດ້ ອິນເດຍ ຈິງຈັງຢ່າງຫລາຍໃນການສະເໜີຕົວເປັນເຈົ້າພາບ ໂອລິມປິກ 2036 ” ທາກູ ເຜີຍກັບ ຣອຍເຕີ.
ຄະນະກຳມະການໂອລິມປິກສາກົນ ເຜີຍວ່າໂອລິມປິກເກມ 2036 ໄດ້ຮັບຄວາມສົນໃຈຈາກ 10 ເມືອງທົ່ວໂລກ ເຖິງ IOC ຈະຍັງບໍ່ເປີດເຜີຍລາຍຊື່ເມືອງ ແຕ່ການຄາດການເວລານີ້ ມີທັງ ຈາກາຕ້າ-ອິນໂດນີເຊຍ, ໂຊລ-ສ.ເກົາຫລີ, ຟລໍເຣນ-ໂບໂລນຢາ ຂອງອິຕາລີ, ອິສຕັນບູລ ຕຣຸກີ ຫລື ແມ່ນແຕ່ ໂດຮາ-ກາຕ້າ ເຈົ້າພາບຈັດບານໂລກ 2022 ຫມາດໆ ກໍພ້ອມສະເໜີຕົວ.
ໂດຍອິນເດຍຈະເປັນເຈົ້າພາບຈັດການປະຊຸມຄະນະການໂອລິມປິກທີ່ເມືອງມຸມໄບ ໃນເດືອນໜ້າ ເຊິ່ງ ທາກູ ເຜີຍວ່າ ການປະຊຸມຄັ້ງນີ້ຈະເປັນໂອກາດດີທີ່ ອິນເດຍ ຈະເຮັດໃຫ້ໂລກໄດ້ເຫັນການສະໜັບສະໜູນຈາກລັດຖະບານ ສ່ວນເມືອງຫລັກວາງລັດ ຄຸຊຣາດ ເອົາໄວ້ “ ຄຸຊຣາດ ມີຄວາມພ້ອມໃນການເປັນເຈົ້າ ພາບໂອລິມປິກ ເນື່ອງຈາກມີສາທາລະນູປະໂພກພ້ອມແລ້ວ ”.
ສຳລັບໂອລິມປິກເກມຄັ້ງຕໍ່ໄປຈະມີຂຶ້ນທີ່ນະຄອນປາຣີສ ປະເທດຝຣັ່ງໃນປີ 2024 ຈາກນັ້ນ ລອສແອງເຈລິສ ສະຫະລັດອາເມລິກາ ຈະເປັນເຈົ້າພາບໃນປີ 2028 ແລະ ເມືອງບຣິສເບນ ປະເທດອົດສະເຕຣເລຍ ຈະເປັນເຈົ້າພາບໃນປີ 2032.

