ນາຍົກລັດຖະມົນຕີຍີ່ປຸ່ນເຜີຍ ອາດປະກາດຍຸບສະພາ ເພື່ອຈັດການເລືອກຕັ້ງກ່ອນໜ້າການຂຶ້ນພາສີຫາງົບສະໜັບສະໜູນຄວາມໝັ້ນຄົງ

ວັນທີ 28 ທັນວາ, ສໍານັກຂ່າວທ້ອງຖິ່ນຍີ່ປຸ່ນລາຍງານວ່າ: ນາຍົກລັດຖະມົນຕີ ຟູມິໂອະ ຄິິຊິດະ ຂອງຍີ່ປຸ່ນ ອາດປະກາດຍຸບສະພາ ເພື່ອຈັດການເລືອກຕັ້ງໃໝ່ກ່ອນກຳນົດ ກ່ອນປະກາດຂຶ້ນພາສີຫາງົບປະມານສະໜັບສະໜູນດ້ານຄວາມໝັ້ນຄົງຂອງປະເທດ ເຊິ່ງຖ້າເປັນໄປຕາມແຜນທີ່ວາງໄວ້ ຈະຖືເປັນການເພີ່ມງົບປ້ອງກັນປະເທດຄັ້ງໃຫຍ່ສຸດໃນຮອບຫລາຍທົດສະວັດຂອງຍີ່ປຸ່ນ.

ເບື້ອງຕົ້ນາຍົກລັດຖະມົນຕີຍີ່ປຸ່ນເປີດເຜີຍວ່າ: ລັດຖະບານຍັງບໍ່ໄດ້ຕັດສິນໃຈວ່າຈະໃຫ້ເລີ່ມຈ່າຍພາສີເພີ່ມຂຶ້ນເທົ່າໃດ, ແຕ່ຄາດວ່າການຂຶ້ນພາສີຈະເກີດຂຶ້ນໃນໄລຍະເວລາທີ່ເໝາະສົມລະຫວ່າງປີ 2024-2027 ແລະ ເກີດຂຶ້ນພາຍຫລັງການຈັດການເລືອກຕັ້ງລະດັບປະເທດ ກ່ອນກໍານົດເກົ່າທີ່ຈະມີຂຶ້ນກ່ອນວັນທີ 31 ຕຸລາ 2025.

ທ່ານ ຄິຊິດະ ເປີດເຜີຍວ່າ: ທາງການຍີ່ປຸ່ນມີແຜນຈະເພີ່ມງົບປະມານດ້ານຄວາມໝັ້ນຄົງຂອງປະເທດປະມານ 60% ໃນໄລຍະເວລາ 5 ປີ ຫລັງຈາກສະຖານະການດ້ານຄວາມໝັ້ນຄົງໃນປະຊາຄົມໂລກບໍ່ຄ່ອຍດີ. ຫລາຍຝ່າຍໃນຍີ່ປຸ່ນສະແດງຄວາມກັງວົນຕໍ່ການເຮັດສົງຄາມຮຸກຮານຢູເຄຣນຂອງກອງທັບຣັດເຊຍ ບວກກັບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ບໍລິເວນຊ່ອງແຄບໄຕ້ຫວັນ ແລະ ການເດີນໜ້າທົດລອງລູກສອນໄຟຢ່າງຕໍ່ເນື່ອງຂອງ ສປປ ເກົາຫລີ ເຮັດໃຫ້ເກີດການປ່ຽນແປງຄັ້ງປະຫວັດສາດໃນປະເທດທີ່ມີລັດຖະທຳມະນູນສະບັບສັນຕິຄືຍີ່ປຸ່ນ ເຊິ່ງຈຳກັດຄ່າໃຊ້ຈ່າຍທາງທະຫານໄວ້ປະມານ 1% ຂອງລວມຍອດຜະລິດຕະພັນພາຍໃນມາຫລາຍທົດສະວັດ.

ຜົນສໍາຫລວດຄວາມຄິດເຫັນຂອງຫລາຍສໍານັກຊີ້ວ່າ: ພົນລະເມືອງຜູ້ມີສິດລົງຄະແນນສຽງສ່ວນຫລາຍ ຕ້ອງການເພີ່ມງົບປະມານໃນການປ້ອງກັນປະເທດ, ແຕ່ແນວຄິດທີ່ຈະຂຶ້ນພາສີເພື່ອຫາງົບສະໜັບສະໜູນນັ້ນພັດບໍ່ເປັນທີ່ນິຍົມ ແລະ ໄດ້ຮັບກະແສຕໍ່ຕ້ານ ໂດຍສະເພາະໃນໄລຍະຍີ່ປຸ່ນຜະເຊີນວິກິດອັດຕາເງິນເຟີ້ຮຸນແຮງທີ່ສຸດໃນຮອບ 40 ປີ. ຂະນະທີ່ຜົນສຳຫລວດຄວາມຄິດເຫັນເຜີຍແພ່ໂດຍ Sankei Shimbun ແລະ ສະຖານີກະຈາຍພາບ ແລະ ສຽງ FNN ໃນເດືອນທັນວານີ້ ພົບວ່າ: ເກືອບ 70% ຂອງຜູ້ຕອບແບບສອບຖາມ ບໍ່ເຫັນພ້ອມຕໍ່ການຂຶ້ນພາສີ ສົ່ງຜົນໃຫ້ຄະແນນນິຍົມຂອງລັດຖະບານຍີ່ປຸ່ນ ພາຍໃຕ້ການນຳຂອງທ່ານ ຄິຊິດະ ຕົກຕໍ່າທີ່ສຸດ ນັບແຕ່ເຂົ້າຮັບຕໍາແໜ່ງຜູ້ນຳລັດຖະບານຍີ່ປຸ່ນໃນຕົ້ນເດືອນຕຸລາ 2021 ຜ່ານມາ.

ອ້າງອີງ: