ລາຍງານເພີ່ມເຕີມຄະດີຊາຍຊູ້ ທີ່ຫລົງຮັກເມຍເຂົາ! ບຸກຍິງຄາພາເຂົ້າ ຕໍ່ໜ້າສາມີ ແລະ ລູກ ຕົວເອງ ກ່ອນຍິງປິດຊີບຕົນເອງດ້ວຍປືນ AK

ອີງຕາມວາລະສານ ປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ພະແນກຕຳຫລວດສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໄດ້ລາຍງານເພີ່ມເຕີມກ່ຽວກັບເຫດການຊາຍຊູ້ບຸກຍິງເມຍປະຊາຊົນຄາພາເຂົ້າຈົນເສຍຊີວິດຢູ່ບ້ານສວນສະຫວັນ ນະຄອນປາກເຊ ໃນເວລາປະມານ 18:30 ໂມງໃນວັນທີ 27 ທັນວາ 2022 ກ່ອນຍິງປິດຊີບຕົນເອງດ້ວຍປືນ AK ຍ້ອນເກີດຈາກການຫຶງຫວງ, ເນື່ອງຈາກຜູ້ເສຍຊີວິດທັງ 2 ຄົນ ແມ່ນພົວພັນກັນແບບຊູ້ສາວໂດຍບໍ່ຖືກຕ້ອງ.
ເຈົ້າໜ້າທີ່ພະແນກຕຳຫລວດສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບລາຍງານຈາກເຈົ້າໜ້າທີ່ວິຊາສະເພາະຢູ່ພື້ນທີ່ເກີດເຫດ, ຈາກນັ້ນຈຶ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງລົງຊັນນະສູດສະຖານທີ່ເກີດເຫດຈຶ່ງຮູ້ວ່າມີຜູ້ເສຍຊີວິດ ຄືທ້າວ ປະສານສັກ ອາຍຸ 34 ປີ ອາຊີບພະນັກງານ ຢູ່ບ້ານສະພານໄຊ ນະຄອນປາກເຊ ແຂວງຈຳປາສັກ (ໂສດ) ແລະ ນາງ ຄຳຟອງ ອາຍຸ 34 ປີ ອາຊີບຄ້າຂາຍ ບ້ານສວນສະຫວັນ ນະຄອນປາກເຊ ແຂວງຈຳປາສັກ (ມີຄອບຄົວ).
ຜ່ານການສອບສວນ ທ້າວ ສົມປະເສີດ (ຜົວ ນາງ ຄຳຟອງ) ໃຫ້ການວ່າ: ໃນຊ່ວງປີ 2000 ຕົນເອງໄດ້ຢ່າຮ້າງກັບເມຍເກົ່າ, ມາຮອດປີ 2017 ໄດ້ສ້າງຄອບຄົວກັບ ນາງ ຄຳຟອງ (ຜູ້ເສຍຊີວິດ) ພາຍຫລັງແຕ່ງງານແລ້ວ ໄດ້ເອົາ ນາງ ຄໍາຟອງ ມາຢູ່ເຮືອນນຳ ທີ່ບ້ານສວນສະຫວັນ ນະຄອນຝາກເຊ ແຂວງຈຳປາສັກ ຕະຫລອດໄລຍະຢູ່ກິນນໍາກັນມີລູກສາວຮ່ວມກັນ 2 ຄົນ; ມາຮອດເດືອນກຸມພາ 2022 ໄດ້ສັງເກດເບິ່ງເມຍເຫັນວ່າຜິດປົກກະຕິມີການນອກໃຈຫລາຍຄັ້ງ ພ້ອມທັງຮູ້ອີກວ່າ ນາງ ຄຳຟອງ (ເມຍ) ມີການພົວພັນແບບຊູ້ສາວ ກັບ ທ້າວ ປະສານສັກ; ພາຍຫລັງຮູ້ການພົວພັນຂອງພວກກ່ຽວທັງສອງແບບຊູ້ສາວ ຈຶ່ງໄດ້ຕັກເຕືອນເມຍ ແລະ ຊາຍຊູ້ໃຫ້ຢຸດເຊົາບໍ່ໃຫ້ພົວພັນກັນອີກ, ແຕ່ພວກກ່ຽວຍັງບໍ່ຢຸດເຊົາ ແລະ ທ້າວ ປະສານສັກ (ຜູ້ເສຍຊີວິດ) ເຄີຍມາຫາ ນາງ ຄໍາຟອງ ຢູ່ເຮືອນ 2 ຄັ້ງ ພ້ອມທັງມີການຕິດຕໍ່ພົວພັນກັນເປັນປະຈໍາ.
ມື້ເກີດເຫດເວລາ 18:00 ໂມງຂອງວັນທີ 27 ທັນວາ 2022 ທ້າວ ປະສານສັກ ໄດ້ຂັບຂີ່ລົດຈັກ ສີດຳ ປ້າຍທະບຽນ ອອ 9999 ຈຳປາສັກ ພາຍປິ້ນ AK 1 ກະບອກ ມາຫາຢູ່ເຮືອນ ໃນຂະນະນັ້ນຕົນເອງກັບເມຍ ແລະ ລູກສາວກຳລັງນັ່ງກິນເຂົ້າແລງ, ຈາກນັ້ນ ທ້າວ ປະສານສັກ ໄດ້ຍ່າງເຂົ້າໄປຫາແລ້ວຖິ້ມຖົງເຄື່ອງລົງພື້ນເຮືອນພ້ອມທັງເວົ້າກັບ ນາງ ຄໍາຟອງ (ເມຍຕົນ) ວ່າ ເອົານີ້ຖົງເຄື່ອງມຶງ ນາງ ຄຳຟອງ ໄດ້ຕອບວ່າ ຄືເຮັດແບບນີ້, ຈາກນັ້ນ ທ້າວ ປະສານສັກ ຈຶ່ງໄດ້ຈັບປືນທີ່ຖືມານໍານັ້ນ ຊາກລູກປືນເຂົ້າລຳກ້ອງ ແລ້ວຍິງຂຶ້ນເທິງຟ້າ 3 ນັດ ພ້ອມທັງເວົ້າວ່າ ເອົາບໍ່ຄົນລະລູກ, ນາງ ຄຳຟອງ ຕອບວ່າ ຄືເວົ້າແບບນັ້ນ ຈາກນັ້ນ ທ້າວ ປະສານສັກ ຈຶ່ງໄຊ້ປືນຍິງໃສ່ ນາງ ຄຳຟອງ 1 ນັດ ແລ້ວຍິງໃສ່ຫົວຕົນເອງ 1 ນັດ ເຮັດໃຫ້ທັງສອງເສຍຊີວິດຄາທີ່.
ເຈົ້າໜ້າທີ່ໃຫ້ຮູ້ອີກວ່າ: ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະສາມາດສັງເກດຕີລາຄາໄດ້ວ່າ ສາເຫດໃນການຄາດຕະກຳໃນຄັ້ງນີ້ ແມ່ນຍ້ອນເກີດຈາກການຫຶງຫວງ ອີງຕາມການລາຍງານຂອງທ້າວ ສົມປະເສີດ ຜູ້ເປັນຜົວຢັ້ງຢືນວ່າ: ຜ່ານມາຜູ້ເສຍຊີວິດທັງສອງແມ່ນພົວພັນກັນແບບຊູ້ສາວ ແລະ ທ້າວ ສົມປະເສີດ ໄດ້ຫ້າມບໍ່ໃຫ້ພົວພັນກັນຫລາຍຄັ້ງ.

