ສປປ ລາວ ປຶກສາຫາລືກະກຽມເປັນເຈົ້າພາບ ແລະ ເປັນປະທານອາຊຽນ ປີ 2024

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມເປັນເຈົ້າພາບ ແລະ ເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ທີ່ຕິດພັນກັບເສົາຄໍ້າປະຊາຄົມເສດຖະກິດອາຊຽນ ໃນວັນທີ 19 ທັນວາ 2022 ຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເຂົ້າຮ່ວໂດຍທ່ານຮອງເຈົ້າຄອງນະຄອນຫລວງ, ຮອງປະທານສະພາອຸດສາຫະກຳ ແລະ ການຄ້າ, ຄະນະກົມ ແລະ ວິຊາການ ພ້ອມພາກສ່ວນກ່ຽວຂ້ອງ.
ທ່ານ ມະໂນທອງ ວົງໄຊ ມີຄໍາເຫັນວ່າ: ເພື່ອຜັນຂະຫຍາຍເນື້ອໃນຈິດໃຈ ຂໍ້ຕົກລົງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການຊີ້ນໍາລະດັບຊາດ ວ່າດ້ວຍການແຕ່ງຕັ້ງບັນດາອານຸກຳມະການຮັບຜິດຊອບວຽກງານສະເພາະເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ສະບັບເລກທີ 3311/ຕປທ.ອຊ.5, ລົງວັນທີ 29 ມິຖຸນາ 2022. ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມນະໂຍບາຍການຄ້າຕ່າງປະເທດ ໃນນາມເປັນຈຸດປະສານງານວຽກງານປະຊາຄົມເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ຈັດກອງປະຊຸມຂຶ້ນສຸດທີ່ມີຄວາມໝາຍຄວາມສໍາຄັນຍິິ່ງ ເພື່ອປຶກສາຫາລື ແລະ ຜ່ານເນື້ອໃນຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ບັນດາອະນຸກຳມະການຮັບຜິດຊອບກະກຽມ ແລະ ດຳເນີນການເປັນເຈົ້າພາບຈັດກອງປະຊຸມ ທີ່ຕິດພັນກັບເສົາຄໍ້າປະຊາຄົມເສດຖະກິດອາຊຽນ ໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ປີ 2024, ບັນດາແຜນວຽກ ແລະ ແຜນຄວາມຕ້ອງການງົບປະມານຮັບໃຊ້ເຂົ້າໃນວຽກງານດັ່ງກ່າວ ແລະ ແນໃສ່ເພື່ອຮັບປະກັນຄວາມພ້ອມໃນທຸກດ້ານໃນການເປັນເຈົ້າພາບ ແລະ ເປັນປະທານກອງປະ ຊຸມອາຊຽນ ຂອງ ສປປ ລາວ ໃນຄັ້ງນີ້.
ພ້ອມນີ້, ກອງປະຊຸມໄດ້ຮັບຟັງການລາຍງານ ຄວາມຄືບໜ້າການກະກຽມຄວາມພ້ອມການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍສະເພາະຈະໄດ້ພ້ອມກັນຜ່ານ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ບັນດາອະນຸກຳມະການຕ່າງໆ ໃນການເປັນເຈົ້າ ພາບ ແລະ ການເປັນປະທານອາຊຽນຂອງ ສປປ ລາວ ແລະ ຜ່ານເນື້ອໃນແຜນວຽກແຕ່ນີ້ຮອດປີ 2024 ແລະ ແຜນຄວາມຕ້ອງການດ້ານງົບປະມານແລະ ອື່ນໆ.

