ວັນທີ 25 ທັນວາ 2022 ຜ່ານມານີ້ ແຂວງຫົວພັນ ປະກາດຮັບຮອງດອກຄາຍປ່າ ເປັນດອກໄມ້ເອກະລັກຂອງແຂວງ, ພ້ອມທັງເປີດນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸລະ ປະຈໍາປີ 2022 ໃນ ຢູ່ສວນສາທາລະນະຫົວພັນ-ແທັງຮວ່າ ໂດຍມີ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ-ວັດທະນາທຳ ແລະ ທ່ອງທ່ຽວ, ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ ແລະ ປະຊາຊົນແຂວງຫົວພັນ ເຂົ້າຮ່ວມ.
ດອກຄາຍປ່າ ຫຼື ເອີ້ນວ່າ: “ດອກພັນພະນາ” ເລີ່ມປູກໃນປີ 2008, ເປັນຕົ້ນໄມ້ປະດັບພາຍໃນເທສະບານຕເມືອງຊໍາເໜືອຈໍານວນ 400 ຕົ້ນ ແລະ ໃນປີ 2010 ກໍໄດ້ມີການປູກເພີ່ມຕາມເສັ້ນທາງເລກ 6 ແຕ່ພູເລົ້າ ຫາ ເທສະບານເມືອງຊໍາເໜືອ-ວຽງໄຊ ແລະ ລຽບຕາມເສັ້ນທາງສະໜາມບິນ ໜອງຄ້າງ. ມາຮອດປັດຈຸບັນທົ່ວແຂວງຫົວພັນ ໄດ້ປູກດອກຄາຍປ່າທັງໝົດ 160.552 ຕົ້ນ, ຄາດຄະເນ 2023-2025 ຈະປູກເພີ່ມຕື່ມຕາມຈຸດຕ່າງໆໃນ 10 ເມືອງພາຍໃນແຂວງ.
ໃນໂອກາດດຽວກັນ, ກໍໄດ້ເປີດນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸລະະ ປະຈໍາປີ 2022 ໂດຍຜູ້ເຂົ້າຮ່ວມ ໄດ້ພ້ອມກັນປູກຕົ້ນຄາຍປ່າ ຢູ່ສວນສາທາລະນະຫົວພັນ-ກວາງນິງ, ທ່ຽວຊົມຕະຫລາດນັດ, ຊົມຄວາມສວຍສົດງົດງາມຂອງດອກຄາຍປ່າ ລຽບຕາມສາຍທາງເລກ 6 ແຕ່ຊຳເໜືອຫາວຽງໄຊ ແລະ ເຂົ້າທ່ຽວຊົມສວນດອກຊາກຸລະ ຢູ່ສວນສາທາລະນະມິດຕະພາບລາວ-ຢີປຸ່ນ ທີ່ເມືອງວຽງໄຊ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຈຳນວນໜຶ່ງຢູ່ເທສະບານເມືອງວຽງໄຊ ຕື່ມອີກ.