ທ່ານມີເວລາບໍ່ພໍ ຫລື ຄິດໄປເອງ?

ເຄີຍບໍ່… ຢາກມີເວລາເພີ່ມຂຶ້ນເພື່ອຈະເຮັດໃນສິ່ງທີ່ຕົວເອງມັກ ແຕ່ຂໍ້ອ້າງຍອດນິຍົມທີ່ມັກໃຊ້ຕະຫລອດຈົນກາຍເປັນຄໍາຕິດປາກແມ່ນ “ບໍ່ມີເວລາ” ຢາກໄປທ່ຽວກໍບໍ່ມີເວລາ, ຢາກອອກກໍາລັງກາຍກໍບໍ່ມີເວລາ ຈົນເຮັດໃຫ້ເກີດຄໍາຖາມວ່າ ບໍ່ວ່າງ ຫລື ຄິດໄປເອງ, ນັກຂຽນ Jake Knapp and John Zeratsky ໄດ້ຂ
ຽນໜັງສືກ່ຽວກັບການໃຊ້ເວລາທີ່ບອກວ່າ ຄົນເຮົາຄວນລະມັດລະວັງການໃຊ້ໂທລະສັບ ຫລື ຢູ່ໃນສັງຄົມອອນລາຍຫລາຍເກີນໄປ ຄວນເຮັດ Digital Detox ເຊັ່ນ ຕັດສັນຍານອິນເຕີເນັດ, ກໍາໜົດເວລາໃນການໃຊ້ໂທລະສັບມືຖື… ເຊິ່ງເປັນການແນະນໍາເຕັກນິກການບໍລິຫານເວລາທີ່ເຄັ່ງຄັດ ແລະ ຖ້າເຮັດໄດ້ທ່ານຈະກາຍເປັນຄົນທີ່ມີເວລາຫລາຍຂຶ້ນ ແລະ ຈະຫລຸດພົ້ນຈາກການເສບຕິດໂທລະສັບອີກດ້ວຍ.

ນັກຂຽນທີ່ຂຽນໜັງສື Make Time ໄດ້ແນະນໍາວ່າ ຖ້າຢາກມີເວລາເພີ່ມຂຶ້ນ ຄວນຫລຸດການໃຊ້ໂທລະສັບ ແລະ ອອກຈາກສັງຄົມອອນລາຍ

ເຕັກນິກທີ່ເຄັ່ງຄັດນີ້ຈະຊ່ວຍໄດ້ເຊັ່ນ ເຮັດໜ້າຫລັກໃນໂທລະສັບໃຫ້ເປົ່າຫວ່າງ, ກໍານົດລະຫັດຜ່ານໃຫ້ຍາວປະມານ 20 ຕົວ, Logout ທຸກເທື່ອ ຫລັງຈາກໃຊ້ງານ, ປິດການແຈ້ງເຕືອນ ຖ້າເຮັດໄດ້ຈະເຮັດໃຫ້ທ່ານມີເວລາຫລາຍຂຶ້ນ