ຝຣັ່ງກັງວົນ ໄຂ້ຫວັດສັດປີກລະບາດໜັກ ສົ່ງຜົນເຮັດໃຫ້ຂາດເຂີນສັດປີກ

ຝຣັ່ງຜະເຊີນການແພ່ລະບາດຂອງໄຂ້ຫວັດສັດປີກ ເຊິ່ງລຸກລາມຢ່າງວ່ອງໄວໃນຫລາຍອາທິດຜ່ານມາ ສ້າງຄວາມກັງວົນກ່ຽວກັບການຂາດເຂີນສັດປີກທີ່ອາດຮ້າຍແຮງກວ່າເກົ່າ.

ວັນທີ 25 ທັນວາ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຝຣັ່ງກວດພົບການແພ່ລະບາດຂອງໄຂ້ຫວັດສັດປີກທີ່ຮຸນແຮງຂຶ້ນໃນໄລຍະລະດູຮ້ອນຜ່ານມາ ຈົນນຳໄປສູ່ການຂ້າໄກ່, ເປັດ ແລະ ໄກ່ງວງປະມານ 20 ລ້ານໂຕ ແລະ ເຮັດໃຫ້ຜົນຜະລິດສັດປີກຫລຸດລົງຢ່າງວ່ອງໄວ.

ທັງນີ້, ຝຣັ່ງກຳລັງທົດລອງວັກຊີນໃນສັດປີກທີ່ມີຕຸ່ມຕາມນິ້ວຕີນເຊັ່ນ: ເປັດ ແລະ ຫ່ານ ແລະ ຫວັງຈະຊັກຊວນໃຫ້ປະເທດສະມາຊິກສະຫະພາບເອີຣົບ (EU) ມີແນວທາງຮ່ວມກັນ ເນື່ອງຈາກຜູ້ຜະລິດສັດປີກຫລາຍແຫ່ງຢ້ານວ່າ: ຂໍ້ຈຳກັດທາງການຄ້າມັກມີຜົນບັງຄັບໃຊ້ຕໍ່ຊີ້ນທີ່ມາຈາກສັດທີ່ໄດ້ຮັບວັກຊີນແລ້ວ.

ເຖິງວ່າເຊື້ອໄວຣັສຈະບໍ່ເປັນອັນຕະລາຍໃນອາຫານ, ແຕ່ການແພ່ລະບາດຂອງມັນສ້າງຄວາມກັງວົນໃຫ້ລັດຖະບານ ແລະ ອຸດສາຫະກຳສັດປີກ ເພາະຄວາມເສຍຫາຍຈາກໄຂ້ຫວັດສັດປີກສາມາດສົ່ງຜົນກະທົບຕໍ່ຝູງສັດ, ຂໍ້ຈຳກັດທາງການຄ້າທີ່ອາດເກີດຂຶ້ນ ແລະ ຄວາມສ່ຽງຂອງການແພ່ເຊື້ອຜ່ານມະນຸດ.

ໃນເດືອນຜ່ານມາ, ຝຣັ່ງປະກາດໃຫ້ໄຂ້ຫວັດສັດປີກມີຄວາມສ່ຽງຂອງການແພ່ລະບາດຢູ່ໃນ “ລະດັບສູງ” ສົ່ງຜົນໃຫ້ຟາມຫລາຍແຫ່ງຕ້ອງລ້ຽງສັດປີກໃນອາຄານສະຖານທີ່ ຕະຫລອດຈົນການກຳນົດມາດຕະການພິເສດ ລວມທັງການຂ້າສັດປີກໃນບາງພາກພື້ນ ເພື່ອປ້ອງກັນການແພ່ກະຈາຍຂອງພະຍາດ.