ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ອົງການກວດສອບແຫ່ງລັດເອົາໃຈໃສ່ກວດສອບ-ກວດກາໃຫ້ມີປະສິດທິພາບສູງຂຶ້ນ

ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 22 ທັນວາ 2022, ໂດຍການເປັນປະທານກອງປະຊຸມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ລີເບີ ລີບົວປາວ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2022 ເເລະ ເເຜນການປະຈໍາປີ 2023 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດວ່າ: ຄະນະປະຈຳສະພາແຫ່ງຊາດສະແດງຄວາມຊົມເຊີຍ ແລະ ເຫັນດີໂດຍພື້ນຖານຕໍ່ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນເຄື່ອນໄຫວວຽກງານປະຈຳປີ 2022 ພາຍໃຕ້ສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງຈາກປັດໄຈພາກນອກບວກກັບປັດໄຈພາຍໃນ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ການປະຕິບັດແຜນເຄື່ອນໄຫວປະຈຳປີຂອງອົງການກວດສອບແຫ່ງລັດ ແຕ່ກໍໄດ້ມີຄວາມພະຍາຍາມຜ່ານຜ່າປະຕິບັດແຜນເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ເຊິ່ງສາມາດຍາດໄດ້ຜົນສຳເລັດທີ່ພົ້ນເດັ່ນຫລາຍດ້ານຕາມ, ໄປຄຽງຄູ່ກັນນັ້ນຄະນະປະຈໍາສະພາແຫ່ງຊາດ ມີບາງຄໍາເຫັນ ແລະ ຂໍ້ສະເໜີໃຫ້ອົງການກວດສອບເເຫ່ງລັດເອົາໃຈໃສ່ຕື່ມ ດັ່ງນີ້:
ຕໍ່ຄາດໝາຍສູ້ຊົນສະເໜີໃຫ້ກໍານົດ 4 ເປົ້າໝາຍທີ່ຍັງບໍ່ໄດ້ຈັດຕັ້ງປະຕິບັດໃນປີ 2022 ເຂົ້າໃນຄາດໝາຍເແຜນການ ປີ 2023 ຄື: ກວດສອບການຄຸ້ມຄອງບໍລິຫານກອງທຶນລຶບລ້າງຄວາມທຸກຍາກ; ກວດສອບການຄຸ້ມຄອງບໍລິຫານງົບປະມານຮັບໃຊ້ການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19; ກວດສອບການຄຸ້ມຄອງບໍລິຫານກອງທຶນປະກັນສັງຄົມ;ກວດສອບການຄຸ້ມຄອງບໍລິຫານກອງທຶນຄົ້ນຄວ້າວິທະຍາສາດ.
ສະເໜີໃຫ້ກໍານົດ 2 ເປົ້າໝາຍໃໝ່ທີ່ເປັນເປົ້າໝາຍໃຫຍ່ ເຂົ້າໃນແຜນປີ 2023 ຄື: ກວດສອບການສະຫລຸບຂາດຕົວ ແຜນງົບປະມານ ປີ 2022; ກວດສອບລາຍຈ່າຍລົງທຶນຂອງລັດບ້ວງອື່ນໆ ເປັນຕົ້ນກອງທຶນທາງ, ການຫັນຊັບ ສິນເປັນທຶນ, ຈົດຮັບຈົດຈ່າຍ ແລະ ບ້ວງອື່ນໆ ທີ່ໄດ້ກໍານົດໃນມະຕິສະພາແຫ່ງຊາດ ກ່ຽວກັບແຜນງົບປະມານ ປີ 2021 ແລະ 2022; ກວດສອບເເຜນລາຍຈ່າຍບ້ວງບໍລິຫານປົກກະຕິ ປີ 2021 ແລະ 2022.
ສ່ວນມາດຕະການຈັດຕັ້ງປະຕິບັດສະເໜີໃຫ້ເອົາໃຈໃສ່ຄື: ໃຫ້ສືບຕໍ່ເດັດດ່ຽວແກ້ໄຂຂໍ້ຄົງຄ້າງໃນການເຄື່ອນໄຫວວຽກງານຂອງ ອົງການກວດສອບແຫ່ງລັດ ແລະ ສູ້ຊົນຈັດຕັ້ງປະຕິບັດບັນດາເປົ້າໝາຍ ແລະ ແຜນວຽກຈຸດສຸມທີ່ບໍ່ທັນຈັດຕັ້ງປະຕິບັດ ໃນປີ 2022 ໃຫ້ສໍາເລັດ; ເອົາໃຈໃສ່ສ້າງນັກກວດສອບໃຫ້ໄດ້ຕາມແຜນ, ທັງທາງດ້ານປະມານ ແລະ ຄຸນນະພາບໃຫ້ເປັນມືອາຊີບເທື່ອລະກ້າວເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານກວດສອບມີປະສິດທິພາບ ແລະ ຄຸນນະພາບສູງຂຶ້ນ; ເອົາໃຈໃສ່ຫັນວຽກງານການກວດສອບໃຫ້ເປັນທັນສະໄຫມ (E-Audit) ໃຫ້ສໍາເລັດຕາມເເຜນ; ເອົາໃຈໃສ່ສົມທົບກັບກໍາມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ລັດຖະບານຮຽບຮຽງ ແລະ ປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງທີ່ໄດ້ສະເໜີຜ່ານກອງປະຊຸມສະ ໄຫມສາມັນເທື່ອທີ 4 ໃຫ້ສໍາເລັດໄວ. ພ້ອມທັງເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍກ່ຽວກັບວຽກງານກວດສອບໃຫ້ພະນັກງານຂອງຕົນ, ອົງການ ຈັດຕັ້ງລັດ ແລະ ສັງຄົມຮັບຮູ້, ເຂົ້າໃຈໃຫ້ເລິກເຊິ່ງ, ທົ່ວເຖິງ ແລະ ໃຫ້ມີຄວາມເປັນເອກະພາບໃນຂອດຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ ແລະ ມີຜົນສັກສິດ; ເອົາໃຈໃສ່ຕິດຕາມກວດກາ ແລະ ຊຸກຍູ້ສົ່ງເສີມການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ນັກກວດສອບຢ່າງໃກ້ຊິດເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງພະນັກງານແຕ່ລະຄົນ, ເອົາໃຈໃສ່ບໍາລຸງ ແລະ ປັບປຸງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ, ຈັນຍາທໍາ ຂອງພະນັກງານລັດຖະກອນກວດສອບ; ເອົາໃຈໃສ່ຈັດຕັ້ງປະຕິບັດກົນໄກປະສານງານລະຫວ່າງ ອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກ; ອົງການກວດສອບແຫ່ງລັດ ກັບ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ລັດຖະບານ, ອົງການກວດກາແຫ່ງລັດ, ໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ບັນດາອົງການຄຸ້ມຄອງເປົ້າໝາຍກວດສອບຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ມີປະສິດທິພາບປະສິດທິຜົນ, ກົມກຽວ ແລະ ຄ່ອງຕົວ.

