ຣຽວ ມາດຣິດ ກຽມພັນລ້ານຢູໂຣ ຊື້ ເອັມບັບເປ້

ຣຽວ ມາດຣິດ ຮັກແທ້ງ ກຽມແພັກເກດເງິນ 1 ພັນລ້ານຢູໂຣ ຫວັງສາມາດຄວ້າ ປະທານເປ້ (ເອັມບັບເປ້) ເສີມຄົມລະດູການໜ້າ.

ຣຽວ ມາດຣິດ ກຽມຈັດເຕັມພ້ອມຈ່າຍເງິນສູງເຖິງ 1 ພັນລ້ານຢູໂຣ ເພື່ອເຊັນສັນຍາ ຄີລຽນ ເອັມບັບເປ້ ຊຸບເປີສະຕາຂອງ ປາຣີສ ແຊັງ ແຊັກແມັງ ຫລັງຈາກທີ່ເຄີຍເກືອບໄດ້ຕົວມາຕັ້ງແຕ່ໄລຍະລະດູການຜ່ານມາ ແຕ່ປະທານເປ້ ປ່ຽນໃຈຕໍ່ສັນຍາ 2 ປີ ຈົນເຖິງປີ 2024 ພ່ວງອອບຊັນອີກ 12 ເດືອນ.

ກອງໜ້າອາຍຸ 23 ປີ ຍິງໄປແລ້ວ 19 ປະຕູ 5 ແອສຊິສ ຈາກ 20 ນັດໃນລະດູການນີ້ ແລະ ຄວ້າຕຳແໜ່ງດາວຍິງບານໂລກ 2022 ຈາການຍິງໄປແລ້ວ 8 ປະຕູຈາກ 7 ນັດ ແຕ່ພາດຄວ້າແຊ໊ມໂລກເປັນສະໄຫມທີ 2 ຕິດຕໍ່ກັນ.

ກັດເຊດຕາ ສື່ຂອງອິຕາລີ ລາຍງານວ່າ ຟລໍເຣນຕີໂນ ເປເຣສ ປະທານສະໂມສອນ ຣຽວ ມາດຣິດ ຍັງຄົງສົນໃຈ ເອັມບັບເປ້ ແລະ ພ້ອມທຳທຸກຢ່າງ ເພື່ອເຊັນສັນຍາກອງໜ້າຄົນນີ້ ໂດຍກຽມເງິນຈຳນວນມະຫາສານມູນຄ່າ 1 ພັນລ້ານຢູໂຣ ແບ່ງເປັນຄ່າຕົວ 150 ລ້ານຢູໂຣ ບວກຄ່າເຊັນສັນຍາ ຄ່າຄອມມິດຊັນ ສ່ວນຄ່າຈ້າງປະມານ 630 ລ້ານຢູໂຣ.

ເປັນທີ່ເຊື່ອກັນວ່າ ມາດຣິດ ເລີ່ມກັງວົນກ່ຽວກັບບັນຫາຄວາມສົມບູນຂອງ ຄາຣິມ ເບນເຊມາ ກອງໜ້າອາຍຸ 35 ປີ ແລະ ເອັມບັບເປ ເປັນຕົວແທນ ໃນອຸດົມຄະຕິ ໂດຍທີ່ລາວຫາກໍກັບມາຝຶກຊ້ອມກັບ ເປແອສເຊ ແລ້ວບໍ່ເຖິງ 72 ຊ່ົວໂມງ ຫລັງຈາກເສຍໃນນັດຊີງຊະນະເລີດບານໂລກ ພວກເຂົາມີເກມໃນບ້ານພົບກັບ ສະຕຣາສບູກ ໃນວັນທີ 28 ທັນວານີ້.