ທະນາຄານ ອາເຈນຕີນາ ເລັ່ງຜະລິດທະນະບັດໜ້າ ເມສຊີ ວາລະຄວ້າແຊ໊ມ ບານໂລກ 2022

ເອລ ຟີແນນຊີເອໂຣ ສື່ໃນອາເຈນຕີນາ ລາຍງານວ່າ ທະນາຄານກາງແຫ່ງສາທາລະນະລັດ ອາເຈນຕີນາ ພວມຈະຜະລິດທະນະບັດໃບ 1000 ເປໂຊ ທີ່ມີຮູບຂອງ ລີໂອເນລ ເມສຊີ ຫົວໜ້າທີມຊາດ ອາເຈນຕີນາ ໃນວາລະທີ່ທັບ ຟ້າ-ຂາວ ຄວ້າແຊ໊ມບານໂລກ ສະໄຫມທີ 3 ໄດ້ສຳເລັດ.
ພາບທະນະບັດ 1000 ເປໂຊ ເຊິ່ງມີມູນຄ່າປະມານ 100,000 ກີບລາວ ມີການເຜີຍແຜ່ທາງອິນເຕີເນັດ ຫລັງຈາກ ເມສຊີ ແລະ ທີມງານສາມາດຄວ້າແຊ໊ມ ບານເຕະໂລກ 2022 ທີ່ກາຕ້າໄດ້ ເຊິ່ງທະນາຄານກາງ ລະບຸວ່າມີໂອກາດທີ່ຈະຜະລິດທະນາບັດ ດັ່ງກ່າວຈິງ ເພື່ອເປັນທີ່ລະນຶກໃນວາລະນີ້ ແລະ ຫວັງວ່າຈະ ເປັນ ການຊ່ວຍປຸກຈິດວິນຍານຂອງຊາວອາເຈນຕີນາໃນພາວະທີ່ຕ້ອງຕໍ່ສູ້ກັບບັນຫາເສດຖະກິດຟືດເຄືອງ.
ໂດຍ ກ່ອນໜ້ານີ້ ທະນາຄານກາງຂອງອາເຈນຕີນາໄດ້ເຄີຍອອກຫລຽນທີ່ລະນຶກໃນວາຣະ ອາເຈນຕີນາໄດ້ແຊ໊ມບານເຕະໂລກປີ 1978 ມາແລ້ວ ລວມທັງ ເຄີຍອອກຫລຽນຄົບຮອບການເສຍຊີວິດ 50 ປີຂອງ ເອວາ ເປຣອງ ອະດີດສະຕີຫມາຍເລກ 1.
ສຳລັບ ທີມຊາດອາເຈນຕີນາ ໄດ້ເງິນລາງວັນຈາກການເປັນແຊ໊ມບານໂລກ 2022 ຢູ່ທີ່ 42 ລ້ານໂດລາສະຫະລັດ ແລະ ສະຫະພັນບານເຕະອາເມລິກາໃຕ້ (ຄອນເມໂບລ) ທີ່ສັນຍາວ່າຈະອັດສີດອີກ 10 ລ້ານໂດລາສະຫະລັດ ສຳລັບຊາດຈາກອາເມລິກາໃຕ້ທີ່ໄດ້ແຊ໊ມບານໂລກ.

