ມອບເຂົ້າສານ 1.000 ໂຕນ ຈາກຄັງແຮເຂົ້າສຸກເສີນອາຊຽນ+3 ໃຫ້ແກ່ ສປປ ລາວ ເພື່ອແຈກຢາຍໃຫ້ແກ່ຜູ້ປະສົບໄພພິບັດ

ພິທີມອບ-ຮັບເຂົ້າສານຈາກຄັງແຮເຂົ້າສຸກເສີນອາຊຽນ+3 ປະກອບມີປະເທດຢີ່ປຸ່ນ ແລະ ສ.ເກົາຫລີ ເພື່ອແຈກຢາຍໃຫ້ແກ່ຜູ້ປະສົບໄພພິບັດ ຢູ່ ສ ປປ ລາວ ໄດ້ມີຂຶ້ນວັນທີ 21 ທັນວາ 2022 ນີ້ ຢູ່ສາງຫລັກ 17 ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ, ໂດຍການຈັດຕັ້ງປະຕິບັດຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການອາຫານໂລກ ປະຈຳ ສປປ ລາວ, ຕາງໜ້າກອງເລຂາຄັງແຮເຂົ້າອາຊຽນ+3 ກ່າວມອບໂດຍ ທ່ານ ຈູມເຈັດ ກັນຈະນາເກສອນ ຫົວໜ້າກອງເລຂາຄັງແຮເຂົ້າອາຊຽນ+3 ແລະ ກ່າວຮັບໂດຍ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີກະຊວງ ຮສສ, ມີ ທ່ານ ຈູງຢະ ນະກະໂນະ ອັກຄະຣາຊະທູດຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈໍາລາວ, ທ່ານ ນາງ ຈ່ອງ ຈີ່ຢ້າງ ເລຂາເອກອັກຄະລັດຖະທູດ ສ.ເກົາຫລີ ປະຈໍາລາວ.

ເຂົ້າສານທີ່ນຳມາມອບໃນຄັ້ງນີ້, ມີຈໍານວນ 1.000 ໂຕນ. ໃນນີ້, ລັດຖະບານຍີ່ປຸ່ນ ໃຫ້ການສະໜັບສະໜູນ 300 ໂຕນ ແລະ ລັດຖະບານ ສ.ເກົາຫລີ 700 ໂຕນ ເພື່ອນໍາໄປແຈກຢາຍໃຫ້ປະຊາຊົນທີ່ປະສົບໄພພິບັດນໍ້າຖ້ວມຢູ່ບັນດາແຂວງໃນຂອບເຂດທົ່ວປະເທດຂອງ ສປປ ລາວ ໃນປີ 2022.
ທ່ານ ຮອງລັດຖະມົນຕີກະຊວງ ຮສສ ກ່າວວ່າ: ໃນລະຫວ່າງເດືອນກໍລະກົດ ຫາ ຕຸລາ 2022 ສປປ ລາວ ເກີດເຫດການໄພພິບັດນໍ້າຖ້ວມ-ນໍ້າໄຫລຊຸ ຢູ່ 13 ແຂວງຄື: ຜົ້ງສາລີ, ອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ຊຽງຂວາງ, ຫົວພັນ, ວຽງຈັນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ນະຄອນຫລວງວຽງຈັນ, ເຮັດໃຫ້ພື້ນຖານການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຈຳນວນ 70.523 ຄອບຄົວ, ມີ 322.954 ຄົນ ຍິງ 163.383 ຄົນ ທີ່ໄດ້ຮັບຜົນກະທົບ, ຄິດເປັນມູນຄ່າເສຍຫາຍທັງໝົດປະມານ 552 ກວ່າຕື້ກີບ. ຕໍ່ກັບໄພພິບັດທີ່ກ່າວມານີ້ ລັດຖະບານ ສປປ ລາວ ກໍໄດ້ໃຫ້ການຊ່ວຍເຫລືອເບື້ອງຕົ້ນແກ່ຜູ້ປະສົບໄພພິບັດ, ຄ່ຽງຄູ່ກັບບັນດາຄູ່ຮ່ວມງານອົງການສາກົນກໍໃຫ້ການຊ່ວຍເຫລືອ, ໂດຍສະເພາະລັດຖະບານ ຍີ່ປຸ່ນ ແລະ ລັດຖະບານ ສ.ເກົາຫລີ ໄດ້ໃຫ້ການຊ່ວຍເຫລືອເຂົ້າກິນ, ດ້ານວັດຖຸ, ເຕັກນິກວິຊາການ ແລະ ການສ້າງບຸກຄະລາກອນດ້ານສີມືແຮງງານ ໃຫແກ່ລັດຖະບານ ສປປ ລາວ ຕະຫລອດມາ.
ພ້ອມນີ້ກໍຂໍໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ເຂົ້າຈໍານວນດັ່ງກ່າວນີ້, ໄປແຈກຢາຍໃຫ້ເກີດປະໂຫຍດສູງສຸດຕໍ່ກັບປະຊາຊົນລາວບັນດາເຜົ່າທີ່ປະສົບເຄາະຮ້າຍ, ຕາງໜ້າໃຫ້ລັດຖະບານ ສປປ ລາວ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງລັດຖະບານ ຍີ່ປຸ່ນ ແລະ ສ.ເກົາຫລີ ທີ່ໄດ້ໃຫ້ການຊ່ວຍເຫລືອ.

