IMF ຄາດຄະເນ ເສດຖະກິດກຳປູເຈຍ ເຕີບໃຫຍ່ 5,4% ໃນປີ 2023

ລາຍງານໂດຍກອງທຶນການເງິນສາກົນ ຄາດຄະເນເສດຖະກິດຂອງກຳປູເຈຍຂະຫຍາຍຕົວ 5% ໃນປີີນີ້ ແລະ 5,4% ໃນປີໜ້າ ດ້ວຍແຮງໜຸນຈາກອຸດສາຫະກຳການທ່ອງທ່ຽວ.
ວັນທີ 20 ທັນວາ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງທຶນການເງິນສາກົນ (IMF) ເຜີຍແຜ່ລາຍງານ ເປັນການຄາດຄະເນການຂະຫຍາຍຕົວທາງເສດຖະກິດຂອງກຳປູເຈຍ ຢູ່ລະດັບ 5% ໃນປີນີ້ ເນື່ອງຈາກຄວາມຕ້ອງການສິນຄ້າຈາກຕະຫລາດໃຫຍ່ ຄືອາເມລິກາ ແລະ ເອີຣົບ ຫລຸດລົງ, ສ່ວນຈີນຍັງບັງຄັບໃຊ້ເງື່ອນໄຂທາງເສດຖະກິດຫລາຍປະການ ເນື່ອງຈາກສະຖານະການການແພ່ລະບາດຂອງພະຍາດໂຄວິດ-19.
ຂະນະດຽວກັນ, ລາຄາເຊື້ອໄຟ ແລະ ປຸ໋ຍໃນຕະຫລາດໂລກຍັງຢູ່ໃນລະດັບສູງ ເນື່ອງຈາກສະຖານະການສູ້ຮົບລະຫວ່າງຣັດເຊຍກັບຢູເຄຣນທີ່ຍືດເຍື້ອ. ເຖິງຢ່າງໃດກໍດີ, IMF ຄາດຄະເນເສດຖະກິດຂອງກຳປູເຈຍຈະເຕີບໃຫຍ່ເພີ່ມຂຶ້ນເລັກໜ້ອຍ ເປັນ 5,4% ໃນປີ 2023 ດ້ວຍແຮງໜຸນຈາກອຸດສາຫະກຳການທ່ອງທ່ຽວທີ່ມີທ່າອ່ຽງຟື້ນຕົວເປັນລຳດັບ ແລະ ອັດຕາເງິນເຟີ້ເຊິ່ງອາດຈະຫລຸດລົງ ຫລັງເພີ່ມຂຶ້ນເຖິງຈຸດສູງສຸດໃນປີນີ້.
ທັງນີ້, IMF ຖືວ່າ: ເສດຖະກິດຂອງກຳປູເຈຍຍັງຜະເຊີນຄວາມປັ່ນປ່ວນຂ້ອນຂ້າງຫລາຍ ຈາກປັດໄຈພາຍນອກ ຄືສະຖານະການທາງເສດຖະກິດຂອງປະເທດຂະໜາດໃຫຍ່ ແລະ ພາລະໜີ້ສິນຂອງພາກເອກະຊົນ.
