ບາເຊໂລນາ ໃກ້ບັນລຸຂໍ້ຕົກລົງລ່ວງໜ້າຄວ້າ ກ໊ອງເຕ ເສີມກາງ

“ Sport ” ສື່ໃນສະເປນ ລາຍງານວ່າ ບາເຊໂລນາ ໃກ້ບັນລຸຂໍ້ຕົກລົງລ່ວງໜ້າໃນການຄວ້າຕົວ ເອັນໂກໂລ ກ໊ອງເຕ ກອງກາງຊາວຝຣັ່ງ ຂອງ ເຊລຊີ ມາເສີມທີມ.

ກ໊ອງເຕ ຖືເປັນກອງກາງຕົວຫລັກຂອງເຊລຊີ ໃນໄລຍະຫລາຍປີຜ່ານມາ ແນວໃດກໍຕາມໄລຍະຫລັງລາວມີບັນຫາເລື່ອງອາການບາດເຈັບລົບ ກວນຫລາຍຄັ້ງ ເຮັດໃຫ້ລະດູການນີ້ ລາວຫາກໍໄດ້ລົງສະໜາມໄປພຽງ 2 ນັດ ເທົ່ານັ້ນ, ຂະນະດຽວກັນ ສັນຍາຂອງລາວກັບຕົ້ນສັງກັດປັດຈຸບັນ ຮັອດແນມ ຮັອດສະເປີ ກໍພວມຈະສິ້ນສຸດໃນໄລຍະລະດູການທີ່ຈະເຖິງນີ້.

ເຊິ່ງຫລ້າສຸດມີການເປີດເຜີຍວ່າ ບາເຊໂລນາ ຂອງຜູ້ຈັດການທີມ ຊາບີ ເອີນານເດສ ຍັງຕ້ອງການທີ່ຈະເພີ່ມຕົວເລືອກໃນແດນກາງ ເຖິງຈະມີດາວຮຸ່ງຢ່າງ ກາບີ ເປດຣີ ແຕ່ໃນສ່ວນຂອງ ເຊີຄີໂອ ບຸສເກສ ນັ້ນເຂົ້າສູ່ໄລຍະທ້າຍຂອງການຄວ້າແຊ໊ມ ຂະນະທີ່ອະນາຄົດຂອງ ແຟຣັງກີ ເດິ ຢອງ ກໍຍັງບໍ່ມີຄວາມ ຈະແຈ້ງ.

ເຮັດໃຫ້ທາງບາເຊໂລນາ ກຽມແຜນທີ່ຈະເຊັນສັນຍາແບບບໍ່ມີຄ່າຕົວກັບ ກ໊ອງເຕ ເຂົ້າມາຮ່ວມທີມ ຫລັງຈາກທີ່ກອງກາງລາຍນີ້ຫມົດສັນຍາໃນຖິ່ນ ສະແຕມຟອດ ບຣິດ ແລະ ລາຍງານລະບຸວ່າ ທັງສອງຝ່າຍໃກ້ຈະໄດ້ຂ້ໍຕົກລົງເຖິງສັນຍາລ່ວງໜ້າກັນແລ້ວ.

ແນວໃດກໍຕາມມີການເປີດເຜີຍວ່າ ເຊລຊີ ກໍພະຍາຍາມທີ່ຈະເຈລະຈາເພື່ອຍື່ນຂະຫຍາຍສັນຍາໃຫ້ກັບນັກເຕະລາຍນີ້ເຊັ່ນດຽວກັນ.