ອາການເຈັບຫົວແຕ່ລະບ່ອນ ບອກຫຍັງໄດ້ແນ່?

– ເຈັບຫົວໄມເກນ (Migraine)

ອາການເຈັບຫົວຕຸບໆ ບໍລິເວນເບື້ອງດຽວ ຫລື ທັງສອງເບື້ອງ ອາດຈະເຈັບດົນເປັນຊົ່ວໂມງ ຫລື ໝົດມື້, ອາດມີອາການປຸ້ນທ້ອງປວດຮາກ ສູ້ແສງ ຫລື ສຽງດັງບໍ່ໄດ້, ບາງຄົນອາດມີອາການຕ່າງໆເຫລົ່ານັ້ນມາກ່ອນຈຶ່ງເຈັບຫົວ ເຊິ່ງມັກເຫັນເປັນແສງວູບວາບ ຫລື ຕາມົວເຫັນພາບບໍ່ຊັດເຈນ

– ເຈັບຫົວຈາກຄວາມຄຽດ (Tension)

ອາການເຈັບຫົວລັກສະນະນີ້ມີອາການຄ້າຍຄືຖືກກົດທັບ ຫລື ບີບຮັດບໍລິເວນຫົວທັງສອງເບື້ອງ, ມັກມີອາການເລີ່ມທີ່ງ່ອນຄໍ ຕຶງໄປຈົນຮອດຂະມັບທັງສອງເບື້ອງ ແລ້ວຈຶ່ງມີອາການເຈັບຫົວ, ອາດມີອາການເຈັບໜັງຫົວຮ່ວມນໍາ ເຊິ່ງອາດໃຊ້ເວລາ 30 ນາທີ ຂຶ້ນໄປ, ສ່ວນໃຫຍ່ແມ່ນມັກເກີດກັບຜູ້ທີ່ມີພາວະຄວາມຄຽດ ໃຈຮ້າຍ ຫລື ເມື່ອຍ

– ເຈັບຫົວແບບຄັສເຕີ (Cluster)

ຈະມີອາການເຈບຫົວແບບຮຸນແຮງບໍລິເວນເບົ້າຕາ ຫລື ເຈັບຂະມັບເບື້ອງດຽວເທົ່ານັ້ນ ຮູ້ສຶກແສບຮ້ອນບໍລິເວນໜ້າຜາກ ເຊິ່ງຈະມີອາການອື່ນຮ່ວມນໍາເຊັ່ນ ນໍ້າຕາໄຫລ, ຕາເບື້ອງທີ່ເຈັບຈະແດງ,​ຕັນດັງ, ຫູອື້, ໜັງຕາຕົກ ເນື່ອງຈາກມີຄວາມຜິດປົກກະຕິຂອງສະໝອງ ຄົນທີ່ເຈັບຫົວແບບນີ້ອາດມີອາການຫລາຍມື້ ຫລື ອາດເປັນອາທິດ

– ເຈັບຫົວຈາກໂຜ້ງດັງອັກເສບ (Sinus)

ເຈັບຫົວເນື່ອງຈາກໂຜ້ງດັງຕິດເຊື້ອ ມີອາການເຈັບແບບໜ່ວງໆບໍລິເວນໜ້າຜາກ ຫົວຕາ, ແກ້ມ ແລະ ເຈັບບໍລິເວນເບົ້າຕາ ເນື່ອງຈາກໂຜ້ງດັງຕິດເຊື້ອ ແລະ ນໍ້າມູກໄຫລອອກມາບໍ່ໄດ້ ບາງຄົນອາດມີອາການເຈັບຫົວເມື່ອກົ້ມຫລາຍ ຫລື ມີການປ່ຽນທ່າ

 

ເຈັບຫົວແບບໃດທີ່ຕ້ອງໄປຫາໝໍ!!

– ເຈັບຫົວຮຸນແຮງແບບທັນທີ

– ເຈັບຫົວຊໍາເຮື້ອເປັນໆ ເຊົາໆ

– ເຈັບຫົວ ແລະ ມີອາການມຶນຊາ ແຂນຂາອ່ອນແຮງ

– ເຈັບຫົວແບບທີ່ບໍ່ເຄີຍເປັນມາກ່ອນ

– ເຈັບຫົວເບື້ອງດຽວ ຫລື ສອງເບື້ອງ ເຈັບຕຸບໆ ຈົນລົບກວນການໃຊ້ຊີວິດ

– ເຈັບຫົວແບບປຸ້ນທ້ອງປວດຮາກ

– ເຈັບຫົວໃນແບບທີ່ກິນຢາແລ້ວບໍ່ດີຂຶ້ນ

 

ອ້າງອີງ  Sikarin.com