ຈີນລາຍງານຜູ້ເສຍຊີວິດຈາກໂຄວິດ 2 ຄົນທຳອິດ ນັບແຕ່ຍົກເລີກເຂັ້ມງວດ ຢ້ານເປັນຈຸດເລີ່ມຕົ້ນການລະບາດຮ້າຍແຮງ

ວັນທີ 19 ທັນວາ, ຄະນະກຳມະການສຸຂະພາບແຫ່ງຊາດຂອງຈີນ (National Health Commission: NHC) ລາຍງານກໍລະນີຜູ້ເສຍຊີວິດທີ່ກ່ຽວຂ້ອງກັບໂຄວິດຢ່າງເປັນທາງການ 2 ຄົນທຳອິດ ນັບແຕ່ລັດຖະບານເລີ່ມຕົ້ນຍົກເລີກມາດຕະການເຂັ້ມງວດປ້ອງກັນການລະບາດໃນຕົ້ນເດືອນຜ່ານມາ.
ໂດຍ NHC ລາຍງານຜູ້ເສຍຊີວິດຈາກໂຄວິດຄັ້ງຫລ້າສຸດໃນວັນທີ 3 ທັນວາ, ແຕ່ການຢືນຢັນຜູ້ເສຍຊີວິດຮອບນີ້ ເຊິ່ງມີຂຶ້ນຫລັງທາງການຍົກເລີກນະໂຍບາຍຄວບຄຸມ ແລະ ປ້ອງກັນທີ່ເຂັ້ມງວດ ສົ່ງຜົນໃຫ້ຫລາຍຝ່າຍກັງວົນວ່າ: ອາດເປັນຈຸດເລີ່ມຕົ້ນຂອງສະຖານະການລະບາດຮ້າຍແຮງທົ່ວປະເທດ.
ໃນວັນທີ 17 ທັນວາຜ່ານມາ, ນັກຂ່າວຂອງ Reuters ໃນນະຄອນຫລວງປັກກິ່ງ ລາຍງານວ່າ: ພົບລົດບັນທຸກສົບຫລາຍຄັນຕໍ່ແຖວກັນມຸ້ງໜ້າໄປບ່ອນຈູດສຳລັບຜູ້ຕິດເຊື້ອໂຄວິດທີ່ທາງການກຳນົດໄວ້. ຂະນະທີ່ມີຖົງບັນຈຸສົບສີເຫລືອງ 20 ຖົງຢູ່ໃນຫ້ອງເກັບສົບຕິດກັບບ່ອນຈູດ, ແຕ່ຍັງບໍ່ສາມາດຢືນຢັນໄດ້ວ່າເປັນຜູ້ເສຍຊີວິດຈາກໂຄວິດ ຫລື ບໍ່.
ທັງນີ້, ຈຳນວນທັງໝົດຜູ້ເສຍຊີວິດທີ່ກ່ຽວຂ້ອງກັບໂຄວິດໃນຈີນ ນັບທັງ 2 ຄົນຫລ້າສຸດ ພົບວ່າມີຈຳນວນທັງໝົດ 5.237 ຄົນ ເຊິ່ງເປັນອັດຕາສ່ວນໜ້ອຍເມື່ອທຽບໃສ່ປະຊາກອນຈຳນວນ 1,4 ພັນລ້ານຄົນ ແລະ ຢູ່ໃນລະດັບຕໍ່າເມື່ອທຽບໃສ່ຫລາຍປະເທດທົ່ວໂລກ.
ຂະນະທີ່ໃນວັນທີ 18 ທັນວາ, NHC ລາຍງານວ່າ: ພົບຜູ້ຕິດເຊື້ອທີ່ມີອາການຈຳນວນ 1.995 ຄົນ ເຊິ່ງຫລຸດລົງຈາກວັນກ່ອນໜ້ານີ້ 2.097 ຄົນ ໂດຍທາງການຈີນໄດ້ຍົກເລີກການລາຍງານຜູ້ຕິດເຊື້ອທີ່ບໍ່ມີອາການແລ້ວ ເນື່ອງຈາກການຍົກເລີກບັງຄັບກວດເຊື້ອແບບ PCR.
ກ່ອນໜ້ານີ້ໃນວັນທີ 16 ທັນວາ, ສຳນັກຂ່າວ Caixin ຂອງຈີນ ຍັງລາຍງານວ່າ: ມີນັກຂ່າວໃນສື່ຂອງລັດ 2 ຄົນ ເສຍຊີວິດຫລັງຕິດເຊື້ອໂຄວິດ ແລະ ໃນວັນທີ 17 ທັນວາ ຍັງພົບນັກສຶກສາແພດອາຍຸ 23 ປີ ເສຍຊີວິດຈາກການຕິດເຊື້ອໂຄວິດເຊັ່ນກັນ, ແຕ່ຍັງບໍ່ແນ່ນອນວ່າ: ກໍລະນີຂອງຜູ້ເສຍຊີວິດເຫລົ່ານີ້ລວມຢູ່ໃນຜູ້ເສຍຊີວິດທີ່ມີລາຍງານຢ່າງເປັນທາງການ ຫລື ບໍ່. ຂະນະທີ່ NHC ຍັງບໍ່ສະແດງທ່າທີ ຫລື ຕອບຄຳຖາມນັກຂ່າວໃນເລື່ອງນີ້.
ອ້າງອີງ:

